ໃນຜົນງານລວມຂອງຂະແໜງການທູດມີການປະກອບສ່ວນຂອງບັນດາອົງການການທູດຢູ່ຕ່າງປະເທດ
(ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ຫງວຽນແທງເຊີນ
ຕອບສຳພາດຕໍ່ນັກຂ່າວ VOV)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປິແຫ່ງວັນສ້າງຕັ້ງຂະແໜງການທູດ (28/08/2015), ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳສະຫະພັນລັດເຊຍ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ຫງວຽນແທງເຊີນ ເນັ້ນໜັກວ່າ, ໃນຜົນງານລວມຂອງຂະແໜງການທູດໃນໄລຍະ 70 ປີຜ່ານມາ, ໄດ້ມີການປະກອບສ່ວນຂອງບັນດາອົງການການທູດຢູ່ຕ່າງປະເທດ. ກ່ຽວກັບການພົວພັນລະຫວ່າງຫວຽດນາມ ກັບສະຫະພັນລັດເຊຍ, ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ຖືວ່າ.
“ການພົວພັນລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ໃນປະຈຸບັນ ແມ່ນສືບທອດການພົວພັນອັນດີງາມລະຫວ່າງຫວຽດນາມ - ສະຫະພາບໂຊວຽດ ໃນເມື່ອກ່ອນ. ພວກເຮົາພວມນຳໃຊ້ນະໂຍບາຍການຕ່າງປະເທດ, ບໍ່ພຽງແຕ່ໜູນໃຊ້ການທູດປະຊາຊົນ ກັບການທູດເປັນທາງການຂອງລັດເທົ່ານັ້ນ, ຫາກພວກເຮົາຍັງໜູນໃຊ້ບັນດາຊ່ອງອື່ນ ໃນສະພາບແວດລ້ອມແຫ່ງການເຊື່ອມໂຍງ, ໃນນັ້ນມີບົດບາດຂອງສະຫະພັນລັດເຊຍ ຢູ່ເອີລົບ ອີກດ້ວຍ.”
ໃນສະພາບທີ່ຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງແຮງຄືປະຈຸບັນ, ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ຮັບການຍົກຂຶ້ນອີກລະດັບໜຶ່ງ, ພິເສດແມ່ນບັນດາຂົງເຂດໃໝ່ຄືພະລັງງານປະລະມານູ.