ໄຂກອງປະຊຸມລັດຖະມົນຕີສຶກສາບັນດາປະເທດສະມາຊິກອາຊຽນຄັ້ງທີ 8

ໄຂກອງປະຊຸມລັດຖະມົນຕີສຶກສາບັນດາປະເທດສະມາຊິກອາຊຽນຄັ້ງທີ 8 - ảnh 1
(ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສຶກ​ສາ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນຄັ້ງ​ທີ 8)

(vovworld)-​​​ ​ຕອນ​ເຊົ້າ​ວັນ​ທີ 11/9 ຢູ່​ນະ​ຄອນຫຼວງ ວຽງ​ຈັນ (ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ), ໄດ້​ໄຂກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ສຶກ​ສາ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຄັ້ງ​ທີ 8, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ+3 ຄັ້ງ​ທີ 2 ແລ​ະ ກອງ​ປະ​ຊຸມ​ສຸດຍອດ​ການ​ສຶກ​ສາ​ບັນ​ດາ​ປະ​ເທດອາ​ຊີ​ຕາ​ເວັນ​ອອກ ຄັ້ງ​ທີ 2. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​, ທ່ານ​ ດ​ຣ ພັນ​ຄຳ​ ວິ​ພາ​ວັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ປະ​ເທດ ສ​ປ​ປ ລາວ ຢັ້ງ​ຢືນ​ວ່າ: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ສຶກ​ສາ​ ອາ​ຊຽນ ຄັ້ງ​ທີ 8 ນີ້​ ແນ​ໃສ່ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງບັນ​ດາ​ປະ​ເທດ ອາ​ຊຽນ ກໍ່​ຄື​ໃນ​ພາກ​ພື້ນ ແລະ ສາ​ກົນ​ ກ່​ວາ​ອີກ, ພ້ອມ​ທັງ​ຫັນ​ແຜນ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ໄລ​ຍະ 2016-2020 ຢ່າງລະ​ອຽດ. ​ໃນຕໍ່​ໜ້າ, ສຸມ​ໃສ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ ອາ​ຊຽນ, ມຸ່ງ​ໄປ​ເຖິງ​​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໃນ​ປີ 2015. ຄຽງ​ຂ້າງ​ນັ້ນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ກໍ່​ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ ຂອງ​ບັນ​ດາ​ຄູ່​ຮ່ວມ​ມື: ຍີ່​ປຸ່ນ, ຈີນ, ສ ເກົາຫຼີ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ອື່ນໆ​, ປະ​ກອບ​ສ່ວນ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ ຂອງ​ແຕ່​ລະ​ປະ​ເທດກໍ່​ຄື​ພາກ​ພື້ນ ອາ​ຊຽນ.

ຂ່າວ/ບົດ​ອື່ນ