ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 2 ຂອງລັດຖະບານຫວຽດນາມ
ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕິ້ນຢຸງ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ 2 |
(vovworld)- ວັນທີ 2/3, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕິ້ນຢຸງ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ 2 ແນໃສ່ຕີລາຄາສະພາບການເສດຖະກິດ-ສັງຄົມໃນເດືອນ 2 ແລະ ໃນ 2 ເດືອນຕົ້ນປີ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕິ້ນຢຸງ ໄດ້ເນັ້ນໜັກເຖິງການປະຕິຮູບລະບຽບການບໍລິຫານ, ປົວແປງສະພາບແວດລ້ອມດຳເນີນທຸລະກິດ ແລະ ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ ແມ່ນປັດໄຈຕັດສິນການເຕີບໂຕຢ່າງມີປະສິດທິຜົນ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕິ້ນຢຸງ ຍັງສະເໜີໃຫ້ຍູ້ແຮງການໂຄສະນາບັນດາຜົນກະທົບໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງປະເທດຊາດ ຕິດພັນກັບການເສີມຂະຫຍາຍບົດບາດຕິດຕາມກວດກາ ແລະ ສັງເກດຕີລາຄາສັງຄົມຂອງບັນດາອົງການສື່ມວນຊົນທີ່ມີຕໍ່ບັນຫາທີ່ພົ້ນເດັ່ນໃນຊີວິດການເປັນຢູ່