ງານວາງສະແດງອາຊີບ ຕຳ່ແຜ່ນຕັດຫຍິບພື້ນເມືອງ ອາຊຽນ ຄັ້ງທີ 4
ພາບ:congan.com
|
(vovworld) - ຕອນຄຳ່ວັນທີ 16/3 ຢູ່ນະຄອນ ທາຍງວຽນ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມໄດ້ໄຂກອງປະຊຸມສຳມະນາ, ງານວາງສະແດງອາຊີບຕຳ່ແຜ່ນຕັດຫຍິບພື້ນເມືອງ ອາຊຽນ ຄັ້ງທີ 4 ພາຍໃຕ້ຫົວຂໍ້ວ່າ: “ພື້ນເມືອງ, ການປ່ຽນໃຫມ່, ເຊື່ອມຕໍ່, ເປີດບາດກ້າວທີ່ມີຫົວຄິດປະດິດສ້າງໃນອາຊີບຕຳ່ແຜ່ນພື້ນເມືອງ ອາຊຽນ.” ນີ້ແມ່ນເຫດການມີຂອບຂະຫນາດໃຫຍ່ດ້ວຍການເຄື່ອນໄຫວຕົ້ນຕໍຄື: ກອງປະຊຸມສຳມະນາວິທະຍາສາດ, ງານວາງສະແດງບັນດາຜະລິດຕະພັນຕຳ່ແຜ່ນ, ຖັກແສ່ວ, ຍ້ອມສີຈາກພື້ນເມືອງຕະຫລອດຮອດຍຸກປະຈຸບັນ, ແນະນຳບັນດາໝູ່ບ້ານຫັດຖະກຳ ແລະ ວັດທະນະທຳ ຫວຽດນາມ, Gala ອາພອນສະໄຫມ, ງານຕະຫລາດນັດວາງສະແດງບັນດາຜະລິດຕະພັນອາຊີບຕຳ່ແຜ່ນຂອງບັນດາປະເທດ ອາຊຽນ ແລະ ປະເທດຄູ່ເຈລະຈາ. ກອງປະຊຸມສຳມະນາແມ່ນໂອກາດເພື່ອໂຄສະນາຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ ຫວຽດນາມ, ເປີດກາລະໂອກາດພົບປະແລກປ່ຽນ, ສົ່ງເສີມການລົງທຶນ ແລະ ທ່ອງທ່ຽວ, ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ແກ່ບັນດາວົງຄະນາຍາດ ແລະ ຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນແກ່ການຊຸກຍູ້ສ້າງປະຊາຄົມລວມ ອາຊຽນ ໃນປີ 2015.