ໄຂການຊ້ອມຮົບຮ່ວມອາເມລິກາ - ໄທທີ່ມີຊື່ວ່າ “ງູເຫົ່າຄຳ” ປີ 2015 ຢູ່ໄທ
ການຊ້ອມຮົບຮ່ວມມີການເຂົ້າຮ່ວມຂອງອາເມລິກາ |
(vovworld)- ວັນທີ 9/2, ໄດ້ໄຂການຊ້ອມຮົບຮ່ວມອາເມລິກາ - ໄທທີ່ມີຊື່ວ່າ “ງູເຫົ່າຄຳ” ປີ 2015 ຢູ່ບາງແຂວງພາກເໜືອ ແລະ ພາກກາງໄທ. ຕາມແຈ້ງການຂອງກອງທັບໄທແລ້ວ, ການຊ້ອມຮົບຮ່ວມອາເມລິກາ - ໄທທີ່ມີຊື່ວ່າ “ງູເຫົ່າຄຳ” ປີ 2015ມີການເຂົ້າຮ່ວມຂອງພົນທະຫານປະເທດຕ່າງໆລວມທັງໝົດ 13.000 ຄົນ, ສະເພາະອາເມລິກາມີ 3.600 ຄົນ. ການຊ້ອມຮົບຄັ້ງນີ້ສຸມໃສ່ບັນດາການເຄື່ອນໄຫວກູ້ໄພກູ້ຊີບ, ການຍິງລູກປືນແທ້. ເຂົ້າຮ່ວມການຊ້ອມຮົບຄັ້ງນີ້, ຍັງມີກຳລັງກອງທັບຂອງ 7 ປະເທດຄື: ສິງກະໂປ, ອິນໂດເນເຊຍ, ມາເລເຊຍ, ສ.ເກົາຫຼີ, ຍີປຸ່ນ, ອີນເດຍ ແລະ ຈີນ. ຫວຽດນາມກໍໄດ້ຮັບການເຊື້ອເຊີນເຂົ້າຮ່ວມດ້ວຍຖານະເປັນຜູ້ສັງເກດການ.