(vovworld) - ຕອນຄໍ່າວັນທີ 21/10, ການແຂ່ງຂັນ Taekwondo ທະຫານໂລກຄັ້ງທີ 21 ໄດ້ໄຂຂຶ້ນຢູ່ນະຄອນໂຮ່ຈິມິນ ດ້ວຍການເຂົ້າຮ່ວມຂອງນັກກິລາ 214 ຄົນທີ່ມາຈາກ 31 ປະເທດ, ໃນນັ້ນມີບັນດາປະເທດມີຂະບວນການ Taekwondo ເຂັ້ມແຂງຄື; ບຣາຊິວ, ໂກລົມເບຍ, ຝລັ່ງ, ອີຕາລີ, ສ.ເກົາຫຼີ, ການາດາ… ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນອກ Phung Quang Thanh, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກວ່າ; ການແຂ່ງຂັນ Taekwondo ທະຫານໂລກຄັ້ງທີ 21 ແມ່ນໂອກາດເພື່ອໃຫ້ບັນດານັກກິລາແຂ່ງຂັນ, ຍົກສູງລະດັບວິຊາສະເພາະ, ມຸ່ງໄປສູ່ຜົນງານສູງກວ່າໃນການແຂ່ງຂັນຕ່າງໆຢູ່ພາກພື້ນ ແລະ ສາກົນ. ນີ້ກໍແມ່ນໂອກາດເພື່ອພົບປະແລກປ່ຽນ, ເປີດກວ້າງ ແລະ ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດ ທັງແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ, ມູນເຊື້ອ, ປະຫວັດສາດ ແລະ ວັດທະນະທຳຂອງຫວຽດນາມ ກໍຄືຂອງກອງທັບປະຊາຊົນຫວຽດນາມ ກວ່າອີກ. ຜ່ານການເຄື່ອນໄຫວກິລານີ້, ສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນຫວຽດນາມ ກັບ ປະຊາຊົນ ແລະ ກອງທັບປະເທດຕ່າງໆ ຈະໄດ້ຮັບການເພີ່ມທະວີ ແລະ ປັບປຸງ.