ໄຂງານຕະຫຼາດນັດການຄ້າ-ການບໍລິການ-ການທ່ອງທ່ຽວຫວຽດນາມ-ກຳປູເຈຍ
ພິທີໄຂງານຕະຫຼາດນັດ
(vovworld) - ງານຕະຫຼາດນັດການຄ້າ - ການບໍລິການ - ການທ່ອງທ່ຽວ ຫວຽດນາມ - ກຳປູເຈຍ ຖືກໄຂຂຶ້ນໃນຕອນແລງວັນທີ 7/5 ທີ່ ພະນົມເປັນ, ກຳປູເຈຍ. ນີ້ແມ່ນງານຕະຫຼາດນັດທີ່ໄດ້ຈັດຕັ້ງເປັນປະຈຳນັບແຕ່ປີ 2010 ແນໃສ່ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກສິນຄ້າໄປຍັງຕະຫຼາດ ກຳປູເຈຍ. ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ມີກວ່າ 200 ຮ້ານສິນຄ້າຂອງ ວິສາຫະກິດ 110 ແຫ່ງ. ບັນດາສິນຄ້າທີ່ມີຄຸນນະພາບສູງຂອງ ຫວຽດນາມ ໄດ້ນຳມາສະເໜີຕໍ່ຜູ້ບໍລິໂພກ, ອຸປະໂພກ ກຳປູເຈຍ ຄື: ທັນຍາຫານ, ສະບຽງອາຫານ, ເຄືອງໃຊ້ດ້ວຍຢາງ, ເຄື່ອງຕັດຫຍິບ, ເກີບໜັງ, ເຄື່ອງຫັດຖະກຳສິລະປະ….
ກ່າວຄຳເຫັນທີ່ພິທີໄຊງານຕະຫຼາດນັດ, ທ່ານ Kim Si Thon ລັດຖະມົນຕີກະຊວງການຄ້າ ກຳປູເຈຍ ຕີລາຄາສູງປະສິດທິຜົນຂອງການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ໃນຊຸມປີຜ່ານມາ:
“ກຳປູເຈຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າສອງຝ່າຍສຳຄັນຢູ່ໃນພາກພື້ນ. ສາຍພົວພັນດ້ານການຄ້າລະຫວ່າງສອງປະເທດໄດ້ເພີ່ມຂຶ້ນໃນໄລຍະຜ່ານມາ ຢ່າງບໍ່ຢຸດຢັ້ງ. ຄຸນຄ່າດ້ານການຄ້າເຕີບໂຕຢ່າງລຽນຕິດໄດ້ສະແດງໃຫ້ເຫັນຄວາມໝັ້ນຄົງໃນການພົວພັນດ້ານການຄ້າ, ນ້ຳໃຈມິດຕະພາບອັນຍາວນານລະຫວ່າງ ກຳປູເຈຍ ແລະ ຫວຽດນາມ”.
ໃນຂອບເຂດຂອງງານຕະຫຼາດນັດ, ກໍ່ດຳເນີນກອງປະຊຸມສຳມະນາສົ່ງເສີມການຄ້າ - ການລົງທຶນ, ເຊື່ອມຕໍ່ການດຳເນີນທຸລະກິດໃຫ້ແກ່ວິສາຫະກິດຂອງ ຫວຽດນາມ ແລະ ກຳປູເຈຍ ເກືອບ 200 ແຫ່ງ. ຄຽງຂ້າງນັ້ນແມ່ນບັນດາການເຄື່ອນໄຫວສຳຫຼວດ ແລະ ເປີດກວ້າງຕະຫຼາດ.