ໄຂງານບຸນຖ້ຳ ກວ໋າງບີ່ງ 2019

(VOVWORLD) - ໃນລະຫວ່າງວັນທີ 20 ກໍລະກົດ - ວັນທີ 20 ສິງຫາ, ແຂວງ ກວ໋າງບີ່ງ ໄດ້ຈັດຕັັ້ງງານບຸນຖ້ຳ ກວ໋າງບີ່ງ 2019 ດ້ວຍຫົວຂໍ້ວ່າ: “ກວ໋າງບີ່ງ - ຄວາມເລິກລັບບໍ່ມີບ່ອນສິ້ນສຸດ”. ພິທີໄຂງານບຸນໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 20 ກໍລະກົດ ຢູ່ສະໜາມຫລວງທະເລ ບ໋າວນິງ, ນະຄອນ ດົ່ງເຫີຍ. 
ໄຂງານບຸນຖ້ຳ ກວ໋າງບີ່ງ 2019 - ảnh 1 ພິທີໄຂງານບຸນຖ້ຳ ກວ໋າງບີ່ງ 2019 (ພາບ: TTXVN)

ໃນຂອບເຂດງານບຸນ ຈະດຳເນີນບັນດາການເຄື່ອນໄຫວທ່ອງທ່ຽວ, ວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ ແລະ ໃໝ່ອ່ຽມ, ໃນນັ້ນ ພົ້ນເດັ່ນທີ່ສຸດ ແມ່ນບັນດາເຫດການເປີດສະຫຼອງບັນດາຜະລິດຕະພັນ, ການບໍລິການທ່ອງທ່ຽວໃໝ່. ທ່ານ ໂຮ່ອານຟອງ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງບີ່ງ ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າຢາກແນະນຳໃຫ້ແຂກທ່ອງທ່ຽວ, ໃຫ້ຜູ້ຊົມ, ມະຫາຊົນກ່ຽວກັບຄວາມເລິກລັບຂອງລະບົບຖ້ຳ ແຕ່ຄວາມເລິກລັບນັ້ນ ຍັງບໍ່ມີບ່ອນສິ້ນສຸດ. ດັ່ງນັ້ນ, ບັນດານັກລົງທຶນກໍ່ຢາກມາສະຖານທີ່ແຫ່ງນີ້ ເພື່ອສຳຫລວດ ແລະ ພວກຂ້າພະເຈົ້າຈະສ້າງເງື່ອນໄຂຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ບັນດາວິສາຫະກິດ, ບັນດານັກລົງທຶນທີ່ມານີ້ ສາມາດຄົ້ນຄວ້າ, ປະດິດຄິດສ້າງບັນດາຜະລິດຕະພັນທີ່ບັນລຸໄດ້ຄວາມຕ້ອງການນັບມື້ນັບສູງຂອງແຂກທ່ອງທ່ຽວ.

        ເນື່ອງໃນໂອກາດນີ້, ສະຫະສະມາຄົມທ່ອງທ່ຽວ ແລະ ບັນດາຫົວໜ່ວຍທີ່ມີການເຄື່ອນໄຫວທ່ອງທ່ຽວບໍລິການຢູ່ ກວ໋າງບີ່ງ ໄດ້ປະຕິບັດໂຄງການສົ່ງເສີມການທ່ອງທ່ຽວພິເສດດ້ວຍຫົວຂໍ້: “ຄົ້ນຫາລະບົບຖ້ຳ ກວ໋າງບີ່ງ- ເຂົ້າຮ່ວມການຄົ້ນຫາທີ່ແຕກຕ່າງ”.

ຕອບກັບ

ຂ່າວ/ບົດ​ອື່ນ