ໄຂງານບຸນທ່ອງທ່ຽວລະດູແລ້ງ ບິ່ງດິ້ງ 2017

(VOVWORLD) -ຕອນຄ່ຳວັນທີ 17 ມິຖຸນາ, ຢູ່ນະຄອນກູຍເຍີນ, ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ, ພະແນກທ່ອງທ່ຽວ, ພະແນກວັດທະນະທຳ, ກິລາ ແຂວງ ບິ່ງດິ້ງ ໄດ້ຈັດພິທີໄຂງານບຸນທ່ອງທ່ຽວລະດູແລ້ງປີ 2017 ດ້ວຍຫົວຂໍ້ວ່າ “ກູຍເຍີນ - ບິ່ງດິ້ງ - ກັບຄືນສູ່ເຂດທະເລທີ່ຄິດຮອດ”.
ໄຂງານບຸນທ່ອງທ່ຽວລະດູແລ້ງ ບິ່ງດິ້ງ 2017 - ảnh 1 (ພາບປະກອບ: baobinhdinh.com.vn)

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເວືອງຢຸຍບຽນ ຊີ້ແຈ້ງວ່າ, ງານບຸນທ່ອງທ່ຽວລະດູແລ້ງ ບິ່ງດິ້ງ 2017 ມີຄວາມໝາຍສຳຄັນ ບໍ່ພຽງແຕ່ດຶງດູດນັກທ່ອງທ່ຽວເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໂຄສະນາ, ກ້າວໄປເຖິງການສ້າງເຄື່ອງໝາຍການຄ້າທ່ອງທ່ຽວແຂວງ ບິ່ງດິ້ງ, ປະກອບສ່ວນດຶງດູດການພັດທະນາພື້ນຖານໂຄງລ່າງດ້ານເຕັກນິກທ່ອງທ່ຽວ, ພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນອີກດ້ວຍ.

        “ບິ່ງດິ້ງ ແມ່ນເຂດດິນແດນມີທິວທັດທຳມະຊາດທີ່ອຸດົມສົນບູນ, ມີເຂດປູຊະນີຍະສະຖານດ້ານວັດທະນະທຳ, ປະຫວັດສາດຫຼາຍຢ່າງ. ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດ ພ້ອມກັບນ້ຳໃຈຮັກແພງແຂກຄົນຂອງປະຊາຊົນແຂວງ ບິ່ງດິ້ງ, ຂະແໜງທ່ອງທ່ຽວໄດ້ມີບັນດາການປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ, ສັງຄົມຢ່າງຕັ້ງໜ້າ”.

        ງານບຸນທ່ອງທ່ຽວລະດູແລ້ງ ບິ່ງດິ້ງ 2017 ໄດ້ມີການເຄື່ອນໄຫວທີ່ດູດດື່ມຫຼາຍຢ່າງ ແລະ ຖືກດຳເນີນນັບແຕ່ເດືອນ ພຶດສະພາບ ຫາ ເດືອນ ກັນຍາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ