ໄຂງານບຸນລະດູບານໃໝ່ປີ 2015
(ພາບ: dulichvn.org.vn)
|
(vovworld) – ງານບຸນລະດູບານໃໝ່ ຮ່າໂນ້ຍ ປີ 2015 ໄຂຂຶ້ນໃນວັນທີ 4/2. ງານບຸນລະດູບານໃໝ່ ຮ່າໂນ້ຍ ມີຮ້ານວາງສະແດງປະມານ 300 ຮ້ານແນະນຳກ່ຽວກັບວັດທະນະທຳ, ບັນດາໝູ່ບ້ານອາຊີບເຄື່ອງຫັດຖະກຳ, ບັນດາອາຫານທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ ແລະ ບັນດາເຂດພາກ. ຈຸດພົ້ນເດັ່ນຂອງງານບຸນລະດູບານໃໝ່ແມ່ນບັນດາຮ້ານວາງສະແດງໂຄສະນາເຜີຍແຜ່ງານບຸນຢູ່ເຂດດິນແດນທັງລອງຄື: ງານບຸນຢ໋ອງ, ວັດ ເຮືອງ, ໂກ໋ລວາ… ກ່າວຄຳເຫັນທີ່ພິທີໄຂງານບຸນ, ທ່ານ ໂຕວັນໂດ້ງ, ຫົວໜ້າພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ງານບຸນລະດູບານໃໝ່ປີ 2015 ບໍ່ພຽງແຕ່ແມ່ນບ່ອນສະໜອງບັນດາປະເພດສິນຄ້າຮັບໃຊ້ໃຫ້ພໍ່ແມ່ປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດເທົ່ານັ້ນ ຫາກຍັງແມ່ນບ່ອນດຳເນີນຊີວິດວັດທະນະທຳທີ່ມີຄວາມໝາຍອີກດ້ວຍ. ທີ່ງານຕະຫຼາດນັດຄັ້ງນີ້, ນອກຈາກ ຮ້ານວາງສະແດງ 300 ຮ້ານທີ່ຂາຍຜະລິດຕະພັນຂອງຂະແໜງທ່ອງທ່ຽວນະຄອນຫຼວງແລ້ວ, ຢູ່ທີ່ນີ້ຍັງດຳເນີນບັນດາລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດອີກດ້ວຍ”