ການເຄື່ອນໄຫວໃນຊຸມວັນວັດທະນະທຳຢູກະແລນ ຢູ່ຫວຽດນາມ
(ພາບ: google.com.vn)
(vovworld) - ຊຸມວັນວັດທະນະທຳຢູກະແລນ ຢູ່ຫວຽດນາມ ຖືກໄຂຂຶ້ນໃນຕອນຄ່ຳວັນທີ 9/11 ຢູ່ນະຄອນ ໂຮ່ຈີມິນ. ເຊິ່ງຈະດຳເນີນແຕ່ວັນທີ 9-14/11 ຢູ່ 3 ນະຄອນຂອງຫວຽດນາມຄື: ນະຄອນໂຮ່ຈີມິນ, ນະຄອນກວາງນິງ, ແລະ ນະຄອນຮ່າໂນ້ຍ. ນີ້ແມ່ນໂອກາດເພື່ອແນະນຳບັນດາຮູບການສິລະປະທີ່ເປັນເອກະລັກສະເພາະຂອງຢູກະແລນ. ກ່າວຄວາມເຫັນນະພິທີໄຂຊຸມວັນວັດທະນະທຳຢູກະແລນ ຢູ່ຫວຽດນາມ, ທ່ານ Ho Anh Tuan, ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ເນັ້ນໜັກວ່າ:
”ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ຢູກະແລນ ແມ່ນມີມາແຕ່ດົນນານ. ຂ້າພະເຈົ້າເຊື່ອໝັ້ນວ່າ ພ້ອມກັບຜົນສຳເລັດຂອງບັນດາເຫດການຊຸມວັນວັດທະນະທຳຫວຽດນາມ ຢູ່ຢູກະແລນ ເມື່ອປີ 2011 ນັ້ນ. ລາຍການຄັ້ງນີ້ກໍ່ຈະເປັນການປັບປຸງ ແລະ ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ ແລະ ຢູກະແລນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດກວ່າອີກ”