ໄຂຊຸດຮຽນພາສາ ຫວຽດ ທຳອິດສຳລັບລູກຂອງປະຊາຄົມຊາວ ຫວຽດນາມ
(ພາບ: Hoàng Nhương/Vietnam+)
|
(vovworld) – ວັນທີ 16/10, ສະໂມສອນແມ່ຍິງ ຫວຽດນາມ ຢູ່ ມາເລເຊຍ, ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄຂຊຸດຮຽນພາສາ ຫວຽດ ທຳອິດສຳລັບລູກຂອງປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້. ມີນັກຮຽນປະມານ 30 ຄົນໄດ້ຈົດທະບຽນເຂົ້າຮ່ວມການຮຽນ. ໃນຈຳນວນດັ່ງກ່າວ, ລູກຫຼານຂອງແມ່ຍິງ ຫວຽດນາມ ທີ່ເອົາຜົວຕ່າງປະເທດກວມ 80%, ສ່ວນຍັງເຫຼືອແມ່ນລູກຂອງບັນດາພະນັກງານ, ພາລະກອນ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ທີ່ນີ້. ກ່າວຄຳເຫັນທີ່ພິທີໄຂຊຸດຮຽນ, ທ່ານ ຟ້າມກາວຟອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ເນັ້ນໜັກວ່າ: ການສອນພາສາ ຫວຽດ ໃຫ້ແກ່ລູກຂອງປະຊາຄົມຊາວ ຫວຽດນາມ ບໍ່ພຽງແຕ່ແມ່ນການສອນພາສາແມ່ເທົ່ານັ້ນ ຫາກຍັງແມ່ນການສອນວັດທະນະທຳ ຫວຽດນາມ, ຊ່ວຍໃຫ້ພວກນ້ອງສະໜິດຕິດພັນກັບບ້ານເກີດເມືອງນອນ, ກາຍເປັນຂົວເຊື່ອມຕໍ່ການພັດທະນາລະຫວ່າງ ຫວຽດນາມ - ມາເລເຊຍ ກ່ວາອີກ.