(vovworld) - ສັບປະດາສາຍຟິມຮູບເງົາຫວຽດນາມ ແຕ່ວັນທີ 15 - 19/2 ໄດ້ໄຂຂຶ້ນຢູ່ ສີລັງກາ. ກ່າວຄຳເຫັນໄຂພິທີ, ທ່ານ ໂຕນຊິງແທ່ນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສີລັງກາ ໃຫ້ຮູ້ວ່າ: ສັບປະດາ ສາຍຟິມຮູບເງົາ ຫວຽດນາມ ແມ່ນການເຄື່ອນໄຫວທາງດ້ານວັດທະນະທຳ ທຳອິດຂອງຫວຽດນາມ ຢູ່ ສີລັງກາ ນັບແຕ່ເມື່ອສະຖານທູດຫວຽດນາມ ໄດ້ຮັບການສ້າງຕັ້ງຄືນໃຫມ່ໃນເດືອນ 4/2011. ຟິມຮູບເງົາ ຂອງຫວຽດນາມ 3 ເລື່ອງໃນຈຳນວນ 5 ເລື່ອງທີ່ນຳມາສາຍໃນຄັ້ງນີ້ ແມ່ນຫົວເລື່ອງກ່ຽວກັບສົງຄາມ ແລະ ເຄີຍໄດ້ຮັບລາງວັນຢູ່ພາຍໃນ ແລະ ສາກົນ. ທ່ານເອກອັກຄະລັດຖະທູດ ໂຕນຊີນແທ່ນ ປາດຖະຫນາວ່າ ຫວຽດນາມ ຈະຊ່ວຍຜູ້ຊົມ ແລະ ປະຊາຊົນ ສີລັງກາ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບ ປະເທດຊາດ ແລະ ຊາວຫວຽດນາມ ໃນອະດິດຕະການ ແລະ ປະຈຸບັນ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ: ຫວຽດນາມ ແລະ ສີລັງກາ ແມ່ນສອງປະເທດທີ່ມີພື້ນຖານວັດທະນະທຳທີ່ມີມາແຕ່ດົນນານ, ອຸດົມສົມບູນ ແລະ ເຕັມໄປດ້ວຍສີສັນຊາດ ຈະພ້ອມກັນຂຸດຄົ້ນຄວາມສາມາດບົ່ມຊ້ອນ ເພື່ອຍູ້ແຮງການຮ່ວມມືດ້ານວັດທະນະທຳ ເພື່ອຄວາມເຂົ້າໃຈ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດ ໂຕນຊີນແທ່ງ ເນັ້ນຫນັກວ່າ: ສັບປະດາສາຍຟິມຮູບເງົາ ຫວຽດນາມ ຍັງແມ່ນເຫດການເປີດສາກໃຫ້ແກ່ການເຄື່ອນໄຫວແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດໃນປີນີ້.