ໄຂເວທີປາໄສຊາວໜຸ່ມອາຊີຢູ່ດ່ານັ້ງ

ໄຂເວທີປາໄສຊາວໜຸ່ມອາຊີຢູ່ດ່ານັ້ງ - ảnh 1
ເວທີປາໄສຊາວໜຸ່ມອາຊີຢູ່ດ່ານັ້ງ
(ພາບ: baochinhphu.vn)

(vovworld) - ເວ​ທີ​ປາ​ໄສ​ຊາວ​ໜຸ່ມ​ອາ​ຊ​ີຢ​ູ່​ດ່ານັ້ງ ຄັ້ງ​ທີ 14 ດ້ວຍ​ຫົວ​ຂໍ້​ວ່າ “ພັດ​ທະ​ນາ​ຖັນ​ແຖວ​ການ​ນຳ​ສະ​ຕະ​ວັດ​ທີ 21” ຖື​ກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕ້ອນ​ບ່າຍ​ວັນ​ທີ 03/08, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທ​ດ​ດ່ານັ້ງ, ດ້ວຍ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຄົນ​ໜຸ່ມ​ສຳ​ລັບ​ປະ​ຊາ​ຄົມ. ເວ​ທີ​ປາ​ໄສ​ໂດຍ​ອົງ​ການ BOLT (ຍີ່​ປຸ່ນ) ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ​ດ່ານັ້ງ ສົມ​ທົບ​ກັນ​ຈັດ​ຕັ້ງ, ດ້ວຍ​ຜູ້​ແທນ​ເຊິ່ງ​ແມ່ນ​ຊາວ​ໜຸ່ມ​ດີ​ເດັ່ນ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊີ 100 ຄົນ ພ້ອມ​ກັບ​ຊາວ​ໜ​ຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ. ເວ​ທີ​ປາ​ໄສ​ແມ່ນ​ເພື່ອແນ​ໃສ່​ຮັດ​ແໜ້ນການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ຜູ້​ແທນ​ຊາ​ວ​ໜຸ່ມ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທ​ດ​ອາ​ຊີ ແລະ ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ດ່ານັ້ງ ແລະ ເທື່ອ​ທຽນເຫ້ວ; ຍົກ​ສູງ​ຄວາມ​ຮັບ​ຮູ້ຂອງ​ຊາວ​ໜຸ່ມ​ກ່​ຽວ​ກັບ​ການ​ຮັບ​ໃຊ້​ປະ​ຊ​າ​ຄົ​ມ; ສ້າງ​ເງື່ອ​ນ​ໄຂ​ເພື່​ອ​ໃຫ້​ບັນ​ດາ​ຜູ້​ແທນ​ຊາວ​ໜ​ຸ່ມ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ ແລະ ສ້າງ​ແຜນ​ການ​ກະ​ທຳ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຄົມ​ໃນ​ອະ​ນາ​ຄົດ… ແຕ່ນີ້​ຮອດ​ວັນ​ທີ 07/08, ບັນ​ດາ​ຜູ້​ແທ​ນ​ຈະ​ເຂົ້າ​ຮ່ວມກາ​ນ​ຮ່ຳ​ຮຽນ, ປຶກ​ສາ​ຫາ​ລື​ກຸ່ມ​ຢູ່​ເຫ້ວ ແລະ ດ່ານັ້ງ ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້: ​ຄວາມ​ຮັບຜິ​ດ​ຊອບ​ຕໍ່​ສັງ​ຄົມ, ຂອບ​ເຂດ ແລະ ປະ​ຕິ​ບັດ​ໃນ​ສັງ​ຄົມ; ສະ​ເໜີ​ກ່ຽວ​ກັບ​ວັດ​ທະ​ນຳ​ບັນ​ດາ​ປະ​ເທດ; ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ…

ຂ່າວ/ບົດ​ອື່ນ