ໄຂເວທີປາໄສອາຊີຕາເວັນອອກສ່ຽງໃຕ້ ຄັ້ງທຳອິດ ຢູ່ລາຊະອານາຈັກອັງກິດ

ໄຂເວທີປາໄສອາຊີຕາເວັນອອກສ່ຽງໃຕ້ ຄັ້ງທຳອິດ ຢູ່ລາຊະອານາຈັກອັງກິດ - ảnh 1
ເວທີ​ປາ​ໄສອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຖືກ​ຈັດ​ຂຶ້ນເປັນຄັ້ງ​ທຳ​ອິດ​
ຢູ່ສະຖານທູດ​ຫວຽດນາມ ປະຈຳລາຊະ​ອານາຈັກ​ອັງກິດ
(ພາບ: vietstock.vn)


(vovworld) -     ວັນ​ທີ 05/03, ​ເວທີ​ປາ​ໄສອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຖືກ​ຈັດ​ຂຶ້ນເປັນຄັ້ງ​ທຳ​ອິດ​ຢູ່ສະຖານທູດ​ຫວຽດນາມ ປະຈຳລາຊະ​ອານາຈັກ​ອັງກິດ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລາຊະ​ອານາຈັກ​ອັງກິດ ​ແລະ ບັນດາ​ປະ​ເທດ​ໃນ​ອາ​ຊຽນ. ​ກ່າວ​ປາ​ໄສ​ທີ່​ພິທີໄຂ​ເວທີ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ ຫູກວາງ​ມິ​ງ ​ຖື​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​​ດຳ​ເນີນ​ໄປກົງ​ກັບ​ຈຸດ​ເວລາ, ​ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຍຸດ​ທະ​ສາດ​ພັດ​ທະນາ​ຂອງ​ອັງກິດ ພວມ​ຫັນ​ໄປ​ສູ່​ທິດຕາ​ເວັນ​ອອກ, ​ໃນ​ນັ້ນ​ໄດ້​ສຸມ​​ໃສ່​ເຂົ້າ​ອາຊີ ​ເວົ້ນລວມ ​ແລະ ລະອຽດ​ແມ່ນ​ບັນດາ​ປະ​ເທດ​ອາ​ຊຽນ. ​ທີ່ເວ​ທີ​ປາ​ໄສ, ທ່ານລັດຖະມົນຕີການ​ຕ່າງປະ​ເທດ​ອັງກິດ Hugo Swire ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ອັງກິ​ດ ​ແລ​ະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ຫວັງ​ວ່າ ​ເວທີ​ປາ​ໄສ​ຈະ​ກາຍ​ເປັນ​ຊັບ​ສົມບັດ​ອັນ​ແທດ​ຈິງ ​ເພື່ອ​ຊ່ວຍ​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ເລີກ​ເຊິ່ງກວ້າງ​ຂ​ວາງ, ​ເຂົ້າ​ອົກເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ອັງກິດ ​ແລະ ອາ​ຊຽນກວ່າ ​ໂດຍຜ່ານ​ບັນດາ​ຮູບ​ແບບຄື ຈັດການ​ພົບ​ປະ​ເປັນ​ປະຈຳ, ຈັດ​ຕັ້ງ​ກອງ​ປະຊຸມ ​ແລະ ການ​ໄປ​ຄົ້ນຄວ້າຊອກ​ຮູ້​ຕ່າງໆ.

ຂ່າວ/ບົດ​ອື່ນ