ພາບປະກອບ:internet
|
(vovworld)- ເວທີປາໄສເດັກນ້ອຍແຫ່ງຊາດປີ 2013 ພາຍໃຕ້ຫົວຂໍ້ວ່າ: “ເດັກນ້ອຍເຂົ້າຮ່ວມການປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍການປົກປ້ອງ, ເບີ່ງແຍງດູແລ ແລະ ສຶກສາເດັກນ້ອຍ ສະບັບປັບປຸງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 8/8 ຢູ່ ຮ່າໂນ້ຍ. ໃນ 2 ມື້ດຳເນີນເວທີປາໄສ, ມີເດັກນ້ອຍ 180 ຄົນ ອາຍຸຈາກ 10- 16 ປີ ທີ່ມາຈາກ 29 ແຂວງ, ນະຄອນໃນທົ່ວປະເທດ ຈະປຶກສາຫາລື, ສະເຫນີ ກ່ຽວກັບການປັບປຸງກົດໝາຍດັ່ງກ່າວ ຜ່ານ 6 ຫົວຂໍ້, ໃນນັ້ນ ມີຄວາມປອດໄພຊີວິດອີນຊີ ແລະ ການລະຫລິ້ນບັນເທິງໃຫ້ແກ່ເດັກນ້ອຍ; ບັນດາມາດຕະການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງດ້ານຈິດໃຈ, ທະລຸນ, ບໍ່ເອົາໃຈໃສ່ເຖິງເດັກນ້ອຍ. ພາຍຫລັງເວທີປາໄສ, ບັນດາຄຳສະເຫນີ ແລະ ສານຂອງພວກນ້ອງຈະຖືກສົ່ງເຖິງບັນດາອົງການ, ນັກວາງແຜນນະໂຍບາຍ, ຄະນະຮຽບຮຽງ ແລະ ຫນ່ວຍຮຽບຮຽງປັບປຸງກົດໝາຍດັ່ງກ່າວ ເພື່ອຄົ້ນຄ້ວາປະຕິບັດບັນດານະໂຍບາຍໃຫ້ເໝາະສົມກັບຄວາມມຸ່ງມາດປາດຖະຫນາຂອງເດັກນ້ອຍ. ກ່າວຄຳເຫັນນະເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢວານເມົ້າຢຽບ ຊີ້ແຈງວ່າ:
“ພວກຂ້າພະເຈົ້າປາດຖະຫນາພາຍຫລັງເວທີປາໄສ, ພວກນ້ອງ ຈະເປັນບັນດາທູດມີເຈດຕະນາດີເພື່ອໂຄສະນາບັນດາເນື້ອໃນຂອງເວທີປາໄສເຖິງໝູ່ເພື່ອນທີ່ບໍ່ມີກາລະໂອກາດເຂົ້າຮ່ວມເວທີປາໄສຄັ້ງນີ້ ເພື່ອໃຫ້ພວກເຮົາປະຕິບັດສິດເຂົ້າຮ່ວມຂອງເດັກນ້ອຍເປັນຢ່າງດີ.”