ໄຊງ່ອນຕ້ອນຮັບກຳ່ປັ່ນສາກົນ 2 ລຳເຂົ້າທຽບທ່ານໃນໂອກາດຕົ້ນປີໃໝ່

ໄຊງ່ອນຕ້ອນຮັບກຳ່ປັ່ນສາກົນ 2 ລຳເຂົ້າທຽບທ່ານໃນໂອກາດຕົ້ນປີໃໝ່ - ảnh 1
ໄຊ​ງ່ອນ​ຕ້ອນຮັບ​ກ່ຳປັ່ນ​ສາກົນ 2 ລຳ​ເຂົ້າ​ທຽບ​ທ່ານ​ໃນ​ໂອກາດ​ຕົ້ນ​ປີ​ໃໝ່
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 10/2, ກຳ່​ປັ່ນ Sea bourn Pride ທີ່​ຂົນ​ສົ່ງ​ແຂກ​ທ່ອງ​ທ່ຽວ 200 ຄົນ ​ແລະ ກຳ່​ປັ່ນ Aegea Odyssey ທີ່​ຂົນ​ສົ່ງ​ແຂກ​ໂດຍສານ 300 ຄົນ, ​ເຊິ່ງສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຂົ້າ​ທຽບ​ທ່າ​ໄຊ​ງ່ອນ. ນາງ Betty Welner, ນັກ​ທ່ອງ​ທ່ຽວ​​ມາ​ຈາກ Florida, ອາ​ເມລິ​ກາ, ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່, ​ໃຫ້​ຮູ້​ວ່າ:

        ”ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ໄດ້​ມາ​ຫວຽດນາມ ​ໃນ​ຊຸມ​ມື້​ທຳ​ອິດ​ຂອງ​ບຸນປີ​ໃໝ່​ປະຈຳ​ຊາດ. ຂໍ​ອວຍ​ພອນ​ໃຫ້​ທຸກ​ຄົນ ​ປີ​ໃໝ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ມີ​ຄວາມ​ໝາຍ. ຂ້າພະ​ເຈົ້າ​ເຫັນ​ວ່າ​ຊາວ​ຫວຽດນາມ​ ທັງ​ງາມ, ​ເປັນຕາ​ຮັກ ​ແລະ ມີ​ຄວາມ​ສະໜິດສະໜົມ, ຮັກ​ແພງ​ແຂກ​ຄົນ​ຫຼາຍ”.

​        ໃນ​ຊຸມ​ມື້​ແຕ່​ວັນ​ທີ 2 – 5 ບຸນປີ​ໃໝ່ ປີ​ມະ​ເສ​ງ, ທ່າ​ກຳ່​ປັ່ນ​ໄຊ​ງ່ອນ​ ຈະ​ສືບ​ຕໍ່​ໄດ້​ຕ້ອນຮັບ​ກຳ່​ປັ່ນ​ຂົນ​ສົ່ງ​ແຂກ​ທ່ອງ​ທ່ຽວ​ສາກົນ​ຫຼາຍ​ລຳ​ເຂົ້າ​ທຽບ​ທ່າ ​ເພື່ອ​ຢ້ຽມຢາມ​ນະຄອນ​. ທ່ານ​ ຟານ​ອ໋າຍຫງາຍ, ຮອງ​ຜູ້ອຳນວຍການ​ທ່າ​ກຳ່​ປັ່ນ​ໂດຍສານ​ທີ່​ຂຶ້ນ​ກັບ​ທ່າ​ກຳ່​ປັ່ນ​ໄຊ​ງ່ອນ, ​ໃຫ້​ຮູ້​ວ່າ:

        ”ທ່າ​ກຳ່​ປັ່ນ​ໂດຍສານ​​ໄດ້ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນ ດ້ວຍ​ການ​ບໍລິການ​ຫຼາຍ​ຢ່າງ. ຂ້າພະ​ເຈົ້າ​ຫວັງ​ວ່າ​ປີ 2013 ຈະ​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມານະ​ຄອນໂຮ່ຈີ​ມິນ, ນີ້​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ, ຫາກ​ໃຫ້​ທັງ​ນະຄອນໂຮ່ຈີ​ມິນ ອີກ​ດ້ວຍ”.

 

ຂ່າວ/ບົດ​ອື່ນ