ໄທຍົກເລີກຄໍາສັ່ງເກືອດຫ້າມເຄື່ອນໄຫວທາງການເມືອງ

(VOVWORLD) -ວັນທີ 11 ທັນວາ, ອໍານາດການປົກຄອງການທະຫານໄທ ໄດ້ຍົກເລີກຄໍາສັ່ງເກືອດຫ້າມການເຄື່ອນໄຫວທາງການເມືອງ

ວັນທີ 11 ທັນວາ, ອໍານາດການປົກຄອງການທະຫານໄທ ໄດ້ຍົກເລີກຄໍາສັ່ງເກືອດຫ້າມການເຄື່ອນໄຫວທາງການເມືອງ, ໂດຍໄດ້ຖືວ່າແມ່ນ “ຂັ້ນຕອນກະກຽມ” ໃຫ້ແກ່ການເລືອກຕັ້ງທົ່ວປະເທດ ເຊິ່ງຄາດວ່າ ຈະດໍາເນີນໃນວັນທີ 24 ກຸມພາ 2019. ຖະແຫຼງການຂອງລັດຖະບານໄທໃນວັນດຽວກັນໄດ້ ຊີ້ແຈ້ງວ່າ ປະຊາຊົນ ແລະ ບັນດາພັກຝ່າຍ ສາມາດເຂົ້າຮ່ວມບັນດາການເຄື່ອນໄຫວຫາສຽງເລືອກຕັ້ງໃນໄລຍະນີ້ ຈົນຮອດວັນຈັດຕັ້ງການເລືອກຕັ້ງທົ່ວປະເທດ ຖືກຕ້ອງຕາມລັດຖະທໍາມະນູນ.

ຕອບກັບ

ຂ່າວ/ບົດ​ອື່ນ