ໜັງສືຜ່ານແດນຂອງອະດີດນາຍົກລັດຖະມົນຕີ ທັກສິນ ສີນນະວັດ
|
(vovworld) – ວັນທີ 27/5, ກະຊວງການຕ່າງປະເທດ ໄທ ປະກາດໄດ້ຍົກເລີກໜັງສືຜ່ານແດນຂອງອະດີດນາຍົກລັດຖະມົນຕີ ທັກສິນ ສີນນະວັດ, ດ້ວຍສາຍເຫດທ່ານຜູ້ນີ້ “ໄດ້ກໍ່ຄວາມອັນຕະລາຍໃຫ້ແກ່ຄວາມໝັ້ນຄົງຂອງປະເທດຊາດ” ໃນການຕອບສຳພາດຫວ່າງແລ້ວນີ້. ກະຊວງການຕ່າງປະເທດ ໄທ ຖະແຫຼງວ່າ: ກະຊວງດັ່ງກ່າວໄດ້ສະເໜີຕ້ອງມີການກະທຳຕໍ່ທ່ານ ທັກສິນ ພາຍຫຼັງທີ່ຕຳຫຼວດໃຫ້ຂໍ້ສັງເກດວ່າ: “ການຕອບສຳພາດຂອງທ່ານ ທັກສິນ ມີບາງເນື້ອໃນກໍ່ຄວາມອັນຕະລາຍໃຫ້ແກ່ຄວາມໝັ້ນຄົງ ແລະ ກຽດສັກສີຂອງຊາດ”. ຖະແຫຼງການຊີ້ແຈ້ງວ່າ “ບັນດາສາຍເຫດເຊິ່ງອົງການປ້ອງກັນຄວາມສະຫງົບ ແລະ ຕຳຫຼວດຍົກອອກມາແມ່ນມີພື້ນຖານຢ່າງຄົບຖ້ວນເພື່ອຍົກເລີກໜັງສືຜ່ານແດນຂອງທ່ານ ທັກສິນ ຕາມບັນດາຂໍ້ກຳນົດຂອງກະຊວງ”. ຂໍ້ຕົກລົງຍົກເລີກໜັງສືຜ່ານແດນ 2 ຫົວຂອງທ່ານ ທັກສິນ ເລີ່ມມີຜົນສັກສິດນັບແຕ່ວັນທີ 26/5 ເປັນຕົ້ນໄປ.