ໄທຕໍ່ກຳນົດເວລາສະພາວະສຸກເສີນ ຢູ່ 3 ແຂວງເຂດໃຕ້ສຸດ.
ສະພາບການໃຊ້ຄວາມຮຸນແຮງຢູ່ເຂດໃຕ້ຂອງໄທໃນໄລຍະຜ່ານມາ
ພາບປະກອບ: internet |
(vovworld) - ວັນທີ 13/3 ລັດຖະບານໄທໄດ້ຕົກລົງຕໍ່ກຳນົດເວລາຕື່ມອີກ 3 ເດືອນສຳລັບຄຳສັ່ງຮັກສາສະພາວະສຸກເສີນທີ່ຖືກສ້າງຂຶ້ນກ່ອນນີ້ຢູ່ 3 ແຂວງຕອນໃຕ້ສຸດຂອງໄທ. ຕາມນັ້ນແລ້ວ, ຄຳສັ່ງສະພາວະສຸກເສີນຈະສືບຕໍ່ມີຜົນສັກສິດນັບແຕ່ວັນທີ 20/3 ເຖິງວັນທີ 19/6 ແລະ ກຳລັງປ້ອງກັນຄວາມສະຫງົບມີສິດພິເສດໃນການຈັບຕົວ ແລະ ຄຸ້ມຂັງບັນດາຜູ້ຖືກສົງໄສໃນຮອບເວລາ 30 ວັນ ໂດຍບໍ່ຕ້ອງນຳຂຶ້ນສານພິພາກສາ. ລັດຖະບານໄທໃຫ້ຮູ້ວ່າ ເລື່ອງຮັກສາສະພາວະສຸກເສີນໄວ້ແມ່ນຄວາມຈຳເປັນຍ້ອນການໃຊ້ຄວາມຮຸນແຮງຍັງຄົງສືບຕໍ່ເກີດຂຶ້ນຢູ່ແຂວງນີ້. ການວາງລະເບີດຄັ້ງຫລ້າສຸດຢູ່ແຂວງ ນະຣາທິວາດ ເກິດຂຶ້ນໃນວັນທີ 8/3 ຜ່ານມາໄດ້ເຮັດໃຫ້ພົນທະຫານ 4 ຄົນເສຍຊີວິດ. ການໃຊ້ຄວາມຮຸນແຮງໃນ 8 ປີຜ່ານມາຢູ່ຕອນໃຕ້ສຸດຂອງໄທ ໄດ້ເຮັດໃຫ້ 5.200 ຄົນເສຍຊີວິດ.