ໄລຍະໃໝ່ໃນການພົວພັນ ຫວຽດນາມ-ນິວຊີແລນ
(ພາບປະກອບ)
(vovworld) – “ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິນ ຢຸງ ເຖິງ ນິວຊີແລນ ຢ່າງເປັນທາງການໃນລະຫວ່າງວັນທີ 19-20/3 ຈະປະກອບສ່ວນປັບປຸງ ແລະ ສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ນິວຊີແລນ, ຕອບສະໜອງຜົນປະໂຫຍດ ແລະ ຄວາມຕ້ອງການຮ່ວມມືນັບມື້ນັບເພີ່ມຂຶ້ນຂອງແຕ່ລະຝ່າຍ ແລະ ເປີດອອກໄລຍະພັດທະນາໃໝ່ໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ”. ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວຽດຢຸງ ເມື່ອຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ກ່ອນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນວຽດຢຸງ ແລ້ວ, ການຢ້ຽມຢາມ ນິວຊີແລນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ແມ່ນໂອກາດເພື່ອໃຫ້ 2 ປະເທດພ້ອມກັນຫວນຄືນໄລຍະທາງແຫ່ງການຮ່ວມມື ແລະ ພັດທະນາໃນ 40 ປີຜ່ານມາ ແລະ ຊອກຫາບັນດາທິດທາງ ເພື່ອເຮັດໃຫ້ການພົວພັນເລິກເຊິ່ງຍິ່ງຂຶ້ນ ກໍ່ຄືເປີດກ້ວາງບັນດາຂົງເຂດຮ່ວມມືໃນອະນາຄົດ, ພິເສດແມ່ນບັນດາຂົງເຂດບຸລິມະສິດ ເຊິ່ງ 2 ຝ່າຍມີທ່າແຮງ ແລະ ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ກະສິກຳ, ການສຶກສາ ບຳລຸງສ້າງ, ເຕັກໂນໂລຊີສະອາດ, ການຄຸ້ມຄອງສິ່ງແວດລ້ອມ, ການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ, ການບິນ ແລະ ການທ່ອງທ່ຽວ.