ໜັງສືພິມຂອງເຢັຍລະມັນໄດ້ຕີລາຄາສູງຜົນງານໃນການພັດທະນາເສດຖະກິດຂອງຫວຽດນາມ


ໜັງສືພິມຂອງເຢັຍລະມັນໄດ້ຕີລາຄາສູງຜົນງານໃນການພັດທະນາເສດຖະກິດຂອງຫວຽດນາມ - ảnh 1
(ພາບ​ປະ​ກອບ)
( vovworld)- ໜັງ​ສື​ພິມ​ການ​ເງິນ​ຂອງ​ເຢັຍ​ລະ​ມັນ​ສະ​ບັບ​ລົງ​ວັນ​ທີ 2/1 ໄດ້​ລົງ​ພິ​ບົດ​ຂຽນ​ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ຈະ​ມຸ່ງ​ໄປ​ສູ່​ຮູບ​ແບບ​ເຕີບ​ຍືນ​ຍົງ ໂດຍ​ອີງ​ບົນ​ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່, ເຕກ​ໂນ​ໂລ​ຢີ​ສູງ, ພື້ນ​ຖານ​ເສດ​ຖະ​ກິດ​ຂຽວ, ພູມ​ປັນ​ຍາ.

     ບົດ​ໜັງ​ສື​ພິມ​ໄດ້​ຄັດ​ສະ​ເໜີ​ຂໍ້​ມູນ​ຫຼ້າ​ສຸດ​ຊຶ່ງໃຫ້​ຮູ້​ວ່າ ຫວຽດ​ນາມ​ຈະ​ບັນ​ລຸ​ລະ​ດັບ​ເຕ​ີບ​ໂຕ​ເກືອບ 6%ໃນ​ປີ 2014, ນອກ​ຈາກນັ້ນ ເງິນ​ເຟີ້​ບັນ​ລຸ 4,09% ກໍ​ແມ່ນ​ລະ​ດັບ​ຕ່ຳ​ສຸດ​ໃນ 10 ປີ​ທີ່​ຜ່ານ​ມາ. ໃນ​ຂົງ​ເຂດ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ຫວຽດ​ນາມ​ກໍ​ບັນ​ລຸ​ມູນ​ຄ່າ​ສ່ວນ​ເກີນ​ການ​ຄ້າ​ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນ​ລຸ 150 ຕື້ USD. ໃນ​ປີ 2014 ຫວຽດ​ນາມ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ກວ່າ 1 ລ້ານ​ຄົນ, ດ້ວຍ​ອັດ​ຕາ​ໄພ​ວາງ​ງານ​ບັນ​ລຸ​ພຽງ​ລະ​ດັບ 2,08%.

ຂ່າວ/ບົດ​ອື່ນ