(vovworld) - ວັນທີ 31/12, ບັນດາໜັງສືພິມ ແລະ ສື່ມວນຊົນລາວ ສືບຕໍ່ໃຫ້ຂ່າວກ່ຽວກັບໝາກຜົນການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດລາວ, ໃນລະຫວ່າງວັນທີ 26 – 28/12. ເນື້ອໃນຂອງບັນດາບົດນັງສືພິມໄດ້ຍ້ອງຍໍສັນລະເສີນບັນດາຜົນງານຜົ້ນເດັ່ນເຊິ່ງຫວຽດນາມ ບັນລຸໄດ້ກໍຄືການພັດທະນາທີ່ທັນສະໄໝ ແລະ ວ່ອງໄວຂອງຫວຽດນາມ ເຊິ່ງ ລາວ ສາມາດຖອກຖອນເປັນບົດຮຽນຕ່າງໆໄດ້. ການຢ້ຽມຢາມຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງລາວ ແມ່ນສະແດງປະກົດການທີ່ມີຊີວິດຊີວາທີ່ສຸດ ກ່ຽວກັບນ້ຳໃຈສາມັກຄີສະໜິດຕິດພັນຂອງຫວຽດນາມ ແລະ ລາ. ຕາມບັນດາໜັງສື່ພິມຂອງລາວແລ້ວ, ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ ໄດ້ອັດລົງ, ແຕ່ນັ້ນແມ່ນບາດກ້າວເພື່ອຊຸກຍູ້ໃຫ້ອະນາຄົດຂອງການພົວພັນລະຫວ່າງສອງປະເທດ. ປີສາມັກຄີ 2012 ມີຄວາມໝາຍອັນໃຫຍ່ຫຼວງ, ປະກອບສ່ວນເຂົ້າໃນການສຶກສາລຸ້ນຕ່າງໆມີຄວາມເຂົ້າໃຈ ແລະ ບໍ່ອາດຫຼົງລືມຄູນຄ່າຂອງສາຍພົວພັນແບບພິເສດຫວຽດນາມ - ລາວ ໄດ້. ບັນດາສື່ມວນຊົນລາວ ຖືວ່າ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ສືບຕໍ່ເປີດສັງກາດໃໝ່ໃຫ້ແກ່ການຮ່ວມມື ແລະ ສາຍພົວພັນແບບພິເສດລະຫວ່າງສອງປະເທດ. ບັນດາສື່ມວນຊົນຂອງລາວ ກໍໃຫ້ຂ່າວລະອຽດບັນດາເນື້ອໃນການຮ່ວມມືໃນຕໍ່ໜ້າ ເຊິ່ງບັນດາການນຳຫວຽດນາມ ແລະ ລາວ ໄດ້ເປັນເອກະພາບນຳກັນໃນການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ທີ່ຜ່ານມາ.