ໝາກຜົນໃນເບື້ອງຕົ້ນ ຂອງການເລືອກຕັ້ງ ຢູ່ອີຕາລີ
ປະຊາຊົນປ່ອນບັດເລືອກຕັ້ງຢູ່ອີຕາລີ
(ພາບ:baotintuc.vn)
(vovworld) - ວັນທີ 26/2, ກະຊວງພາຍໃນອີຕາລີ ໄດ້ປະກາດໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດຢູ່ປະເທດນີ້. ເຊິ່ງຕາມນັ້ນແລ້ວ, ສຳພັນທະມິດກາງຊ້າຍຂອງການນຳ Pier Luighi Bersani ພວມນຳໜ້າໂດຍຊົ່ວຄາວດ້ວຍອັດຕາບັດເລືອກຕັ້ງສູງກ່ວາໝູ່ຢູ່ທັງສະພາຕ່ຳ ແລະ ສະພາສູງ. ລະອຽດຄື: ໝາກຜົນການກວດບັດຢູ່ກ່ວາ 2/3 ສະຖານທີ່ປ່ອນບັດໃຫ້ເຫັນວ່າ: ສຳພັນທະມິດກາງຊ້າຍພວມຍາດໄດ້ 32,31% ຈຳນວນບັດເລືອກຕັ້ງຢູ່ສະພາສູງ. ສຳພັນທະມິດກາງຂວາຂອງອະດີດນາຍົກລັດຖະມົນຕີ Silvio Berlusconi ຍາດໄດ້ 29,94%. ຢູ່ສະພາຕ່ຳ, ພັນທະມິດກາງຊ້າຍກໍ່ນຳໜ້າດ້ວຍ 31,62%.
ພາຍຫຼັງໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດຢູ່ອີຕາລີ ໄດ້ຮັບການປະກາດ, ສຳພັນທະມິດກາງຂວາຂອງອະດີດນາຍົກລັດຖະມົນຕີ Silvio Berlusconi ຖືວ່າ: ນີ້ແມ່ນສິ່ງຍອດຢ້ຽມພາຍຫຼັງທີ່ສຳພັນທະມິດນີ້ຍາດໄດ້ການສະໜັບສະໜູນຢ່າງພຽງພໍ. ທ່ານນາຍົກລັດຖະມົນຕີຊົ່ວຄາວ Mario Monti ກໍ່ສະແດງຄວາມພຶງພໍໃຈ ເຖິງວ່າສຳພັນທະມິດຂອງທ່ານບໍ່ສາມາດມີການກະທົບອັນໃຫ່ຍຫຼວງໃນການເລືອກຕັ້ງທົ່ວປະເທດໄດ້.