ກົວເຕມາເລ ດຳເນີນການເລືອກຕັ້ງທົ່ວປະເທດ

(VOVWORLD) - ວັນທີ 16 ມິຖຸນາ, ຜູ້ມີສິດເລືອກຕັ້ງ ກົວເຕມາເລ ນັບຫລາຍລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີ, ຮອງປະທານາທິບໍດີ, ສະມາຊິກລັດຖະສະພາ 160 ທ່ານ ແລະ ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນກ່ວາ 340 ທ່ານໃນອາຍຸການປີ 2020 – 2024.
ກົວເຕມາເລ ດຳເນີນການເລືອກຕັ້ງທົ່ວປະເທດ - ảnh 1ກົວເຕມາເລ ດຳເນີນການເລືອກຕັ້ງທົ່ວປະເທດ (ພາບ: AFP/TTXVN)

ຕາມໝາກຜົນແຫ່ງການຢັ່ງຫາງສຽງກ່ອນທີ່ດຳເນີນການເລືອກຕັ້ງ, ຜູ້ອອກສະໝັກເລືອກຕັ້ງ Sandra Torres, ພັນລະຍາຂອງອະດີດປະທານາທິບໍດີ Alvaro Colom, ຂຶ້ນກັບພັກສາມັກຄີແຫ່ງຊາດມຸ່ງຫວັງ (UNE) ພວມນຳໜ້າດ້ວຍຈຳນວນຜູ້ມີສິດເລືອກຕັ້ງສະໜັບສະໜູນ 20,2%. ຖັດມາແມ່ນທ່ານ Alejandro Giammattei ຂຶ້ນກັບພັກກ້າວຂຶ້ນ ດ້ວຍຈຳນວນຜູ້ສະໜັບສະໜູນ 14,4%.

ຕອບກັບ

ຂ່າວ/ບົດ​ອື່ນ