ກໍ່ສ້າງຍົກລະດັບ ເຂດວິຊາການສະຖາບັນຫົວໃຈນະຄອນໂຮ່ຈິມິນ ໃຫ້ສົມບູນແບບ
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຂົ້າຕິດຕາມການປິ່ນປົວຄົນເຈັບໄວເດັກຖືກໂລກຫົວໃຈ |
(vovworld)- ຕອນເຊົ້າວັນທີ 23/8, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ເຂົ້າຮ່ວມພິທີເປີດນຳໃຊ້ເຂດວິຊາການສະຖາບັນຫົວໃຈນະຄອນໂຮ່ຈິມິນ. ເຂດວິຊາການສະຖາບັນຫົວໃຈນະຄອນໂຮ່ຈິມິນໄດ້ຮັບການສ້ອມແປງ ຍົກລະດັບ ດ້ວຍຍອດເງິນລົງທຶນກວ່າ 102 ຕື້ດົງ. ກິດຈະກຳມີຍອດເນື້ອທີ່ກວ່າ 18.000 ຕາແມັດ, ໄດ້ຮັບການອອກແບບ, ກໍ່ສ້າງແບບທັນສະໄໝເພື່ອແນໃສ່ຜັນຂະຫຍາຍວິຊາການລົງເລິກກ່ຽວກັບຫົວໃຈ. ກ່າວຄຳເຫັນທີ່ພິທີເປີດນຳໃຊ້ເຂດວິຊາການສະຖາບັນຫົວໃຈນະຄອນໂຮ່ຈິມິນ, ທ່ານເຫື້ອງອກຖ້ວນ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ ການກໍ່ສ້າງສ້ອມແປງ ຍົກລະດັບເຂດວິຊາການສະຖາບັນຫົວໃຈນະຄອນໂຮ່ຈິມິນ ຈະຊ່ວຍປະຊາຊົນໄດ້ຊົມໃຊການບໍລິການການແພດເພື່ອປິ່ນປົວໂລກຫົວໃຈທີ່ດີກ່ວາເກົ່າ, ສາມາດແກ້ໄຂສະພາບໂຮງໝໍຮັບຄົນເຈັບເກີນຂອບເຂດ.