ກອງປະຊຸມຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ-ແດນມາກ

ກອງປະຊຸມຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ-ແດນມາກ - ảnh 1
ທ່ານ John Nielsen, ເອກ​ອັກ​ຄະ​ລັດ​ຖະ​ທູດ ແດນ​ມາກ
ປະ​ຈຳ​ຫວຽດ​ນາມ
ພາບ:baomoi.com.vn

(vovworld)-​​ຕອນ​ບ່າຍ​ວັນ​ທີ 19/1, ຢູ່ ຮ​່າ​ໂນ້ຍ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສົມ​ທົບ​ກັບ​ກະ​ຊວງ​ຮ່ວມ​ມື​ພັດ​ທະ​ນາ ແລະ ການ​ຄ້າ ແດນ​ມາກ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ​ແລະ ແດນ​ມາກ. ສອງ​ຝ່າຍ​ພ້ອມ​ກັນ​ທົບ​ທວນ​ຄືນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ການ​ພົວ​ພັ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ໄລ​ຍ​ະ​ມໍ່ໆ​ມານີ້. ​ພິ​ເສດ ເມື່ອ​ສອງ​ປະ​ເທດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ໃນ​ປີ 2013 ແລະ ເຊັນ​ແຜນ​ການ​ດຳ​ເນີນ​ງານ​ລະ​ອຽດ​ປີ 2014. ສອງ​ຝ່າຍ​ເຊື່ອ​ໝັ້ນ​ວ່າ ການ​ພ​ົວ​ພັນຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ລະ​ຫວ່າງ​ຫວຽດ​ນາມ ແລະ ແດນ​ມາກ ຈະ​ສືບ​ຕໍ່​ພັດ​ທະ​ນາກວ່າ​ອີກ ໃຫ້​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ​ທີ່​ມີ​ຢູ່​ແລ້​ວ​ຂອງ​ສອງ​ຝ່າຍ ແລະ ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ