ທ່ານຮອງນາຍົກ ລັດຖະມົນຕີ Nguyen Thien Nhan
ກ່າວຄຳ ເຫັນທີ່ກອງປະຊຸມ
|
Vovworld- ຕອນບ່າຍວັນທີ 12/6, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງສັງຄົມຮ່ຳຮຽນ, ຮຽນຕະຫຼອດຊີວິດແນໃສ່ຕີລາຄາວິວັດການປະຕິບັດໄລຍະ 5 ປີ 2005 - 2010 ແລະ ປະກອບສ່ວນສ້າງແຜນແມ່ບົດກ່ຽວກັບການກໍ່ສ້າງສັງຄົມຮ່ຳຮຽນໄລຍະ 2012 – 2020. ກ່າວຄຳ ເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ Nguyen Thien Nhan ຢືນຢັນວ່າ ຮ່າງແຜນແມ່ບົດກ່ຽວກັບການກໍ່ສ້າງສັງຄົມຮ່ຳຮຽນ ໄລຍະ 2012 – 2020 ຄວນສືບຕໍ່ສ້າງໃຫ້ສົມບູນແບບດ້ວຍຈຸດໝາຍສ້າງສະຕິ ແລະ ຄວາມຮຽກຮ້ອງຕ້ອງການຮຽນດ້ວຍຕົນເອງຂອງປະຊາຊົນ, ໃນນັ້ນເປົ້າໝາຍສົ່ງຜົນກະທົບຄວນຕ້ອງສຸມໃສ່ແມ່ນຄອບຄົວ ແລະ ວົງຄະນະຍາດຮາກຖານ. ທ່ານຮອງນາຍົກ ລັດຖະມົນຕີ Nguyen Thien Nhan ກ່າວວ່າ
“ ຮຽນເອງເພື່ອເຮັດຫຍັງ, ຕາມຂ້າພະເຈົ້າແລ້ວ, ຄວນເຮັດໃຫ້ຢ່າງຈະແຈ້ງກ່ວາ. ກ່ຽວຂ້ອງເຖິງການຮ່ຳຮຽນໃນ ຕະຫຼອດ ຊີວິດ, ຕາມຂ້າພະເຈົ້າແລ້ວ ຄວນເນັ້ນໜັ້ກ ເຖິງການຮຽນເພື່ອກາຍເປັນພົນລະເມືອງທີ່ດີ, ຮຽນເພື່ອ ມີການປະກອບອາຊີບ ຢ່າງມີປະສິດທິຜົນ ແລະ ຮຽນເພື່ອໃຫ້ປະຊາຊົນມີຄວາມຜາສຸກ, ສັງຄົມພັດທະນາ. ກ່ຽວກັບບັນຫານີ້, ສູນສຶກສາວົງຄະນະຍາດ ແລະ ສຶກສາໃນໂຮງຮຽນ ແມ່ນມີບົດບາດສຳຄັນຕົ້ນຕໍ. ແຕ່ກ່ຽວຂ້ອງເຖິງການຮຽນເພື່ອມີປະສິດທິຜົນດ້ານເສດຖະກິດນັ້ນ, ບັນດາສູນ, ສະມາຄົມອາຊີບກໍມີບົດບາດສຳຄັນ. ໃນວິທີການແກ້ໄຂ ກໍຈະເນັ້ນໜັກຕື່ມບົດບາດຂອງສັງຄົມ ”.
ຈຸດໝາຍຂອງ ແຜນແມ່ບົດກ່ຽວກັບການກໍ່ສ້າງສັງຄົມຮ່ຳຮຽນໄລຍະ 2012 – 2020 ແມ່ນສ້າງເງື່ອນໄຂສະດວກໃຫ້ທຸກໆຄົນໄດ້ຮ່ຳຮຽນຕາມຄວາມຕ້ອງການ, ເງື່ອນໄຂ ແລະ ສະພາບການຂອງແຕ່ລະຄົນ.