ກອງປະຊຸມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2

ກອງປະຊຸມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2 - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 26/9, ຢູ່​ນະຄອນ​ໂຮ່ຈິ​ມິນ, ​​ໄດ້​ດຳ​ເນີນກອງ​ປະຊຸມ​ຊາວ​ຫວຽ​ດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້​ວ່າ “ວິ​ໄສ​ທັດ​ຮອດ​ປີ 2020 - ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຊື່ອມ​ໂຍງ ​ແລະ ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ”. ກອງ​ປະຊຸມ ​ໄດ້​ດຶງ​ດູດ​ແຂກ​ຖືກ​ເຊີນ​ປະ​ມານ 1.000 ຄົນ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ​​ໃນ 4 ມື້ ທີ່​ດຳ​ເນີນ​ກອງ​ປະຊຸມ ( ​ແຕ່​ວັນ​ທີ 26 – 30/9), ຈະ​ມີ​ກອງ​ປະຊຸມ​ສຳ​ມະ​ນາຫົວ​ເລື່ອງ​ສະ​ເພາະ 4 ຄັ້ງ ​ເຊິ່ງລວມມີ; ອະນາຄົດ​ຂອງ​ປະຊາ​ຄົມ - ບັນ​ດາ​ບັນ​ຫາ​​ໃນ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ເສດຖະກິດ; ສີສັນ​ວັດທະນະທຳ ​ແລະ ມູນ​ເຊື້ອ​ຂອງ​ຊາດ - ກຳລັງ​ໜູນ​ໃຫ້​ແກ່ຄວາ​ມສາມັກຄີ​ໃນ​ວົງ​ຄະນະ​ຍາດ, ຕິດ​ພັນ​ກັບປະ​ເທດ​ຊາດ; ພູມ​ປັນຍາ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ພາລະກິດ​ຫັນ​ເປັນອຸດສາຫະກຳ ​ແລະ ທັນ​ສະ​ໄໝ - ຈາກ​ຄວາມ​ສາມາດ​ບົມຊ້ອນ​ເຖິງ​​ຕົວ​ຈິງ; ນັກ​​ທຸ​ລະ​ກິດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເພື່ອ​ອະນາຄົດ​ຂອງ​ວົງ​ຄະນະ​ຍາດ ​ແລະ ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ