ພາບປະກອບ: internet
|
(vovworld) - ຕອນເຊົ້າວັນທີ 24/7 ຢູ່ ແຂວງ An Giang, ທ່ານ Vu Van Ninh ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບນະໂຍບາຍ, ຮູບແບບພັດທະນາບັນດາຜະລິດຕະພັນຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຕາມບົດລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແລ້ວ, ຜະລິດຕະພັນກະເສດ ແລະ ສິນໃນນ້ຳແມ່ນສອງປະເພດສິນຄ້າຍຸດທະສາດຂອງ ຫວຽດນາມ ແລະ ທ່າໄດ້ປຽບນີ້ໄດ້ ແລະ ພວມໄດ້ຮັບການປະຕິບັດ ຈາກບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມພວມ ເສີມຂະຫຍາຍປະສິດທິຜົນໃນເບື້ອງຕົ້ນ. ຕາມທ່ານ Vu Van Ninh ຮອງນາຍົກລັດຖະມົນຕີ ຫວຽດນາມ ແລ້ວ, ວຽກງານວາງແຜນກຳນົດຕ້ອງຕິດແທດກັບສະພາບຕົວຈິງ, ການຫນູນຊ່ວຍພັດທະນາບັນດາປະເພດສິນຄ້າມີທ່າແຮງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕ້ອງຕອບສະຫນອງຄວາມຮຽກຮ້ອງຕ້ອງການຢ່າງທັນການ. ທ່ານ ຮອງນາຍົກລັດຖະມົນຕີ Vu Van Ninh ເວົ້າວ່າ:
“ພວກເຮົາປຶກສາຫາລືເພື່ອຊອກຫາບັນດາກົນໄກນະໂຍບາຍ, ບັນດາມາດຕະການ ແລະ ປະຕິບັດຈຸດໝາຍໃຫ້ໄດ້, ເສີມຂະຫຍາຍຄວາມສາມາດທ່າໄດ້ປຽບ, ຈຳກັດຂໍ້ຄົງຄ້າງຄວາມຫຍຸ້ງຍາກ. ກອງປະຊຸມຈະມີຄວາມໝາຍອັນໃຫຍ່ຫລວງເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ເສີມຂະຫຍາຍທ່າໄດ້ປຽບ, ຮັບປະກັນຍົກສູງລາຍຮັບ ແລະ ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.”