ກອງປະຊຸມສົ່ງເສີມການລົງທຶນຫວຽດນາມຢູ່ອາເມລິກາປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ
ທ່ານລັດຖະມົນຕີວ່າການກະຊວງການເງິນ ດິງຕ໋ຽນຢູ້ງ ຢູ່ອາເມລິກາ
(ພາບປະກອບ)
|
(vovworld) – ວັນທີ 1/7, ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ກະຊວງການເງິນ ຫວຽດນາມ ພ້ອມກັບຄະນະກຳມະການຫຼັກຊັບແຫ່ງລັດ ສົມທົບກັບບັນດາຄູ່ຮ່ວມມື ອາເມລິກາ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນເພື່ອແນໃສ່ສ້າງຊ່ອງໂອ້ລົມສົນທະນາແທດຈິງ ຊ່ວຍໃຫ້ບັນດາວິສາຫະກິດ, ບັນດານັກລົງທຶນ ອາເມລິກາ ເຂົ້າໃຈແຈ້ງສະພາບການຢູ່ ຫວຽດນາມ ແລະ ສຳຄັນທີ່ສຸດແມ່ນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ອາເມລິກາ ທີ່ມີຕໍ່ຄວາມສາມາດບົ່ມຊ້ອນພັດທະນາຂອງຕະຫຼາດ ຫວຽດນາມ, ສ້າງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ເລິກເຊິ່ງ, ກ້ວາງຂວາງໃນຂົງເຂດການເງິນເພື່ອຜົນປະໂຫຍດຂອງ 2 ປະເທດ. ເຂົ້າຮ່ວມກອງປະຊຸມມີທ່ານລັດຖະມົນຕີວ່າການກະຊວງການເງິນ ດິງຕ໋ຽນຢູ້ງ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ທ່ານຮອງປະທານປະຊາຄົມດຳເນີນທຸລະກິດ ອາຊຽນ - ອາເມລິກາ Marc Mealy, ປະທານກອງທຶນ Harbinger, ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດກ່ວາ 150 ແຫ່ງຂອງຫວຽດນາມ ແລະ ອາເມລິກາ.
ດ້ວຍຫົວຂໍ້ວ່າ “ຫວຽດນາມ ຂອງຂ້ອຍ - ສະຖານທີ່ລົງທຶນຂອງເຈົ້າ”, ກອງປະຊຸມປີນີ້ໄດ້ແບ່ງເປັນ 2 ວາລະ. ວາລະໂອ້ລົມສົນທະນານະໂຍບາຍເພື່ອແນໃສ່ອັບແດດ, ແລກປ່ຽນນະໂຍບາຍ ແລະ ຮັບຟັງບັນດາຄຳເຫັນຕີລາຄາ, ແບ່ງປັນຂອງວົງການນັກລົງທຶນ ອາເມລິກາ. ວາລະໂອ້ລົມສົນທະນາທີສອງແມ່ນການໂອ້ລົມລະຫວ່າງບັນດາວິສາຫະກິດກັບບັນດານັກລົງທຶນຜ່ານການແບ່ງປັນຂອງບັນດາວິສາຫະກິດ ອາເມລິກາ ທີ່ໄດ້ ແລະ ພວມເຄື່ອນໄຫວໃນຕະຫຼາດການເງິນ ຫວຽດນາມ ກ່ຽວກັບບັນດາບົດຮຽນສຳເລັດຜົນ, ກໍ່ຄືການແບ່ງປັນຂອງບັນດາວິສາຫະກິດ ຫວຽດນາມ ກັບບັນດານັກລົງທຶນ ອາເມລິກາ ກ່ຽວກັບກາລະໂອກາດລົງທຶນຢູ່ ຫວຽດນາມ ແລະ ບົດບາດຂອງນັກລົງທຶນຕ່າງປະເທດ.