ກອງປະຊຸມສຸດຍອດນັກທຸລະກິດຍິງອາຊຽນ

(VOVWORLD) -ກອງປະຊຸມສຸດຍອດນັກທຸລະກິດຍິງອາຊຽນ ຖືກຈັດຂຶ້ນຕາມຮູບການປະຊຸມໂດຍກົງຢູ່ຫໍປະຊຸມ ແລະ ທາງອອນລາຍໃນຕອນເຊົ້າວັນທີ 09 ພະຈິກ, ຢູ່ຮ່າໂນ້ຍ.

ກອງປະຊຸມສຸດຍອດນັກທຸລະກິດຍິງອາຊຽນ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ

(ພາບ: TTXVN)

ດ້ວຍຫົວຂໍ້ວ່າ “ປ່ຽນແປງເພື່ອປະຊາຄົມນັກທຸລະກິດຍິງ ເຂັ້ມແຂງ ແລະ ເປັນເຈົ້າການຮັບມືດີກວ່າ”, ກອງປະຊຸມລວມມີ 4 ວາລະປຶກສາຫາລືຄື: ນັກທຸລະກິດຍິງອາຊຽນ - ເປັນເຈົ້າການ ແລະ ຮັບມືກັບໂລກລະບາດໂຄວິດ-19; ຊຸກຍູ້ການຫັນເປັນດີຈີຕອນ ແລະ ຟື້ນຟູວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງໃນອາຊຽນຢ່າງຮອບດ້ານ; ຊຸກຍູ້ການພົວພັນຮ່ວມມືຜ່ານເຄືອຂ່າຍຢ່າງມີປະສິດທິຜົນ ແລະ ອື່ນໆ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ, ເນັ້ນໜັກວ່າ.

        “ຂ້າພະເຈົ້າເຊື່ອໝັ້ນວ່າ, ເຄືອຂ່າຍນັກທຸລະກິດຍິງອາຊຽນ ຈະກາຍເປັນເວທີປາໃສແຖວໜ້າຂອງບັນດານັກທຸລະກິດຍິງຢູ່ພາກພື້ນ ເພື່ອນຳພາປະຊາຄົມນັກທຸລະກິດຍິງໃນການເຊື່ອມໂຍງທາງດ້ານເສດຖະກິດ ພ້ອມກັນສາມັກຕີ ແລະ ເປັນເຈົ້າການຮັບມືກັບບັນດາຜົນສະທົບຈາກໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ. ຂ້າພະເຈົ້າປາດຖະໜາວ່າ, ບັນດານັກທຸລະກິດຍິງ ຈົ່ງກຳແໜ້ນກາລະໂອກາດໂດຍການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້ ແລະ ການສະໜັບສະໜູນຂອງບັນດາປະເທດສະມາຊິກອາຊຽນ ເພື່ອພັດທະນາໃຫ້ເຕີບໃຫຍ່, ເຂັ້ມແຂງ ເພື່ອປະຊາຄົມນັກທຸລະກິດຍິງອາຊຽນ ເຂັ້ມແຂງ ແລະ ເປັນເຈົ້າການຮັບມືດີກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ