(ພາບ:baomoi.com)
ຕອນເຊົ້າວັນທີ 5 ມັງກອນ, ຢູ່ນະຄອນໂຮ່ຈິມິນ, ສະມາຄົມຊາວກະສີກອນ ຫວຽດນາມໄດ້ຈັດກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຄັ້ງທີ່ 8 ຊຸດທີ່ 5 ແນໃສ່ຕີລາຄາໝາກຜົນວຽກງານຂອງສະມາຄົມປີ 2011 ແລະ ສະຫຼຸບ 3 ປີແຫ່ງການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກ່ຽວກັບກະສີກຳ, ຊາວກະສີກອນ, ຊົນນະບົດ. ໃນ 3 ປີທີ່ຜ່ານມາ, ນັບແຕ່ ປີ 2009-2011 ຍ້ອນມີບັນດານະໂຍບາຍທີ່ຄົບຊຸດ, ດັ່ງນັ້ນ ຂົງເຂດກະສີກຳ ແລະ ຊົນນະບົດໄດ້ພັດທະນາຢ່າງຮອບດ້ານສົມຄວນ ແລະ ເປັນປົກກະຕິ, ໂຄງປະກອບເສດຖະກິດກະສີກຳ ໄດ້ຫັນປ່ຽນໄວຕາມທິດຜະລິດເປັນສິນຄ້າ. ໃນໄລຍະທີ່ຈະມາເຖິງ, ສະມາຄົມຊາວກະສີກອນ ຫວຽດນາມຈະສືບຕໍ່ຜັນຂະຫຍາຍ 6 ໜ້າທີ່ໃຈກາງ, ໃນນັ້ນສູ້ຊົນສອນວິຊາຊີບໃຫ້ແກ່ຊາວກະສີກອນ 230.000 ຄົນ, ໜູນຊ່ວຍຊາວກະສີກອນແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ ແລະ ຍົກສູງມູນຄ່າຜະລິດຕະພັນກະເສດຢູ່ຕະຫຼາດພາຍໃນ ແລະຕ່າງປະເທດ.