ກອງປະຊຸມສະຫຼຸບວຽກງານການຕ່າງປະເທດປະຊາຊົນ 2018,ຜັນຂະຫຍາຍທິດທາງໜ້າທີ່ປີ 2019

(VOVWORLD) -ກອງປະຊຸມສະຫຼຸບວຽກງານການຕ່າງປະເທດປະຊາຊົນ 2018, ຜັນຂະຫຍາຍທິດທາງໜ້າທີ່ປີ 2019 ຖືກດຳເນີນໃນຕອນເຊົ້າວັນທີ 16 ມັງກອນຢູ່ຮ່າໂນ້ຍ.

ກອງປະຊຸມສະຫຼຸບວຽກງານການຕ່າງປະເທດປະຊາຊົນ 2018,ຜັນຂະຫຍາຍທິດທາງໜ້າທີ່ປີ 2019 - ảnh 1 ກອງປະຊຸມສະຫຼຸບວຽກງານການຕ່າງປະເທດປະຊາຊົນ 2018,ຜັນຂະຫຍາຍທິດທາງໜ້າທີ່ປີ 2019

(ພາບ: VGP)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາວ່າ, ປີ 2018, ວຽກງານການຕ່າງປະເທດປະຊາຊົນ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ; ເພີ່ມທະວີການພົວພັນສາມັກຄີ, ການຮ່ວມມືມິດຕະພາບກັບປະຊາຊົນບັນດາປະເທດບ້ານໃກ້ເຮືອນຄຽງ, ເປີດກວ້າງການພົວພັນຮ່ວມມືມິດຕະພາບກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມມືສາກົນ; ເຂົ້າຮ່ວມການຂົນຂວາຍ, ຕໍ່ສູ້ປົກປັກຮັກສາອຳນາດອະທິປະໄຕ, ຜົນປະໂຫຍດຂອງຊາດ; ຍູ້ແຮງການຮ່ວມມືກັບສາກົນ… ເພື່ອປະກອບສ່ວນພັດທະນາເສດຖະກິດ, ສັງຄົມ.

        ກ່ຽວກັບທິດທາງໜ້າທີ່ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ເນັ້ນໜັກວ່າ.

        “ສືບຕໍ່ຂຸດຄົ້ນທ່າແຮງຂອງການຕ່າງປະເທດປະຊາຊົນ, ນັ້ນແມ່ນຄວາມສາມາດສ້າງພື້ນຖານຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງປະຊາຊົນຫວຽດນາມ ກັບບັນດາປະເທດ, ສ້າງຄວາມສະໜິດຕິດພັນໃນການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ. ສືບຕໍ່ປ່ຽນແປງໃໝ່ວິທີສຳພັດ ເພື່ອແນໃສ່ເພີ່ມທະວີການຮ່ວມມື, ດຶງດູດແຫຼ່ງກຳລັງຈາກຕ່າງປະເທດ; ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານໂຄສະນາ, ຂໍ້ມູນຂ່າວສານການຕ່າງປະທດ ເພື່ອແຜ່ຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກກ່ຽວກັບການພົວພັນຕ່າງປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ