ກອງປະຊຸມສຳມະນາແລກປ່ຽນບົດຮຽນຄັ້ງທີ8ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມແລະລາວ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:nhandan
|
(vovworld)- ໃນວັນທີ 11-12/8 ຢູ່ ນະຄອນຫລວງ ວຽງຈັນ ສປປ ລາວ, ໄດ້ດຳເນີນກອງປະຊຸມສຳມະນາແລກປ່ຽນບົດຮຽນຄັ້ງທີ 8 ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ. ທ່ານ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ລາວ, ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ, ທັງເປັນຫົວຫນ້າຫ້ອງວ່າການສະພາແຫ່ງຊາດລາວ ແລະ ທ່ານ ຫງວຽນແຫ້ງຟຸກ, ຫົວຫນ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມສຳມະນາ.
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນແຫ້ງຟຸກ, ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ສະເຫນີບັນດາຜູ້ແທນ ສຸມໃສ່ແລກປ່ຽນບົດຮຽນໃນວຽກງານເສນາທິການ, ບຳລຸງຍົກສູງກຳລັງຄວາມສາມາດໃຫ້ສະມາຊິກສະພາແຫ່ງຊາດ, ເສນາທິການໃນການປະສານສົມທົບ ກະກຽມເນື້ອໃນ, ລາຍການກອງປະຊຸມສາມັນຂອງສະພາແຫ່ງຊາດ, ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ… ນີ້ແມ່ນບັນດາບັນຫາຈຳເປັນສຳລັບວຽກງານຂອງ 2 ຫ້ອງວ່າການສະພາແຫ່ງຊາດໃນໄລຍະປະຈຸບັນ. ທ່ານຮອງປະທານສະພາແຫ່ງຊາດລາວ ໄສສົມພອນ ພົມວິຫານ ແລະ ທ່ານຮອງປະທານສະພາແຫ່ງຊາດ, ທັງເປັນຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ລາວ ສົມພັນ ແພງຄຳມີ ລ້ວນແຕ່ຖືວ່າ ກອງປະຊຸມສຳມະນາຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ພະນັກງານຫ້ອງວ່າການສະພາແຫ່ງຊາດ 2 ປະເທດ ປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອເພີ່ມທະວີກຳລັງຄວາມສາມາດເສນາທິການໃຫ້ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຂອງຕົນ ກໍຄືກະກຽມໃຫ້ການເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດ ອາຊຽນ ໃນທ້າຍປີນີ້.