ກະກຽມດຳເນີນກອງປະຊຸມຮ່ວມມືຫວຽດນາມ-ອິນເດຍກ່ຽວກັບການທ່ອງທ່ຽວ,ການບິນ
ເອກອັກຄະລັດຖະທູດ ອິນເດຍ Preeti Saran
(vovworld) – ວັນທີ 29/11 ຈະມາເຖິງ, ຢູ່ຮ່າໂນ້ຍ ຈະດຳເນີນກອງປະຊຸມຮ່ວມມື ຫວຽດນາມ - ອິນເດຍ ກ່ຽວກັບການທ່ອງທ່ຽວ, ການບິນ. ນັ້ນແມ່ນແຫຼ່ງຂ່າວຈາກກອງປະຊຸມຂ່າວດຳເນີນໄປໃນຕອນເຊົ້າວັນທີ 21/11 ຢູ່ ຮ່າໂນ້ຍ ໂດຍກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ແລະ ສະຖານທູດ ອິນເດຍ ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງ. ຈະມີ 22 ບໍລິສັດທ່ອງທ່ຽວອັນດັບໜຶ່ງຂອງ ອິນເດຍ ແລະ ນັກຂ່າວ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ໃນຂອບເຂດລາຍການ Fam Tour, ບັນດາບໍລິສັດທ່ອງທ່ຽວ ແລະ ນັກຂ່າວ ອິນເດຍ ຈະໄປບັນດາສະຖານທີ່ທ່ອງທ່ຽວອັນດັບໜຶ່ງຂອງ ຫວຽດນາມ ຢູ່ນະຄອນ ໂຮ່ຈີິມິນ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຮ່າໂນ້ຍ, ອ່າວຮ້າລອງ (ກວາງນີງ) ແລະ ສະຖານທີ່ອື່ນໆອີກ. ພ້ອມກັນນັ້ນ, ເຂົາເຈົ້າຈະພົບປະກັບບັນດາບໍລິສັດທ່ອງທ່ຽວອັນດັບໜຶ່ງຂອງ ຫວຽດນາມ ເພື່ອພິຈາລະນາກ່ຽວກັບກາລະໂອກາດຮ່ວມມືພັດທະນາການທ່ອງທ່ຽວ, ການບິນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.