ການນຳນະຄອນໂຮ່ຈິມິນ ຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ເຕັກໂນໂລຊີເຢຍລະມັນ

ການນຳນະຄອນໂຮ່ຈິມິນ ຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ເຕັກໂນໂລຊີເຢຍລະມັນ - ảnh 1
ເວທີປາໄສເສດຖະກິດເຢຍລະມັນ - ຫວຽດນາມ
(ພາບ: chinhphu.vn)

(vovworld) -     ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​​ໂຮ່ຈິ​ມິນ Le Hoang Quan ​ໄດ້​ໃຫ້ການ​ຕ້​ອນຮັບ​ທ່ານ​ລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ Philipp Rosler ​ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ໂຮ່ຈິ​ມິນ ໃນ​ວັນ​ທີ 19/9  ​ໄດ້​ຢືນຢັນ​ວ່າ, ນະຄອນ​ໂຮ່ຈິ​ມິນ ປາດ​ຖະໜາ​ວ່າ​ບັນດາ​ນັກ​ລົງທຶນ​ຂອງ​ເຢຍລະ​ມັນ ຈະ​ເຂົ້າມາຄະ​ຄອນ​ເພື່ອ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມືລົງທຶນ, ພິ​ເສດ​ແມ່ນ​ໃນບັນດາ​ຂົງ​ເຂດພື້ນຖານ​ໂຄງ​ລ່າງ, ​ເສດຖະກິດ, ອຸດສາຫະກຳ, ບັນດາ​ຮູບ​​ການ​ບໍລິການ… ສ່ວນ​ທ່ານລັດຖະມົນຕີ Philipp Rosler ​ໄດ້​ຖື​ວ່າ ນະຄອນ​ໂຮ່ຈິ​ມິນ ​ແມ່ນ​​ແຫ່ງ​ທີ່​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ​​ແຮງ​ທີ່​ສຸດ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ຈຸດໝາຍ​​ແຫ່ງການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງກະຊວງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ກັບ​ນະຄອນ​ໂຮ່ຈິ​ມິນ. ​ເພາະສະ​ນັ້ນ, ​ໃນ​ຄະນະ​ໄດ້​ມີ​ຜູ້​ແທນ​ຫຼາຍ​ທ່ານ​ແມ່ນ​ມາ​ຈາກບັນດາ​ວິ​ສາ​ຫະກິດ​ໃຫຍ່​ຂອງສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ