ການນຳລັດຖະບານເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ

(VOVWORLD) - ຕອນບ່າຍວັນທີ 18 ເມສາ, ທີ່ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກລະຫວ່າງການນຳລັດຖະບານ, ບັນດາກະຊວງ, ຂະແໜງການກັບການນຳອົງການໄອຍະການປະຊາຊົນສູງສຸດ
ການນຳລັດຖະບານເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ - ảnh 1 ການນຳລັດຖະບານເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ (ພາບ: Chinhphu.vn)

ເພື່ອຕີລາຄາການປະຕິບັດມະຕິລະຫວ່າງຂະແໜງກ່ຽວກັບການສົມທົບວຽກງານລະຫວ່າງລັດຖະບານກັບສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດໃນການປະຕິບັດພາລະໜ້າທີ່, ສິດອຳນາດຂອງແຕ່ລະອົງການຕາມຂໍ້ກຳນົດຂອງກົດໝາຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ໃນໄລຍະຜ່ານມາ, ລັດຖະບານ ແລະ ອົງການໄອຍະການປະຊາຊົນສູງສຸດໄດ້ປະຕິບັດກົນໄກສົມທົບກັນໃນດ້ານຕ່າງໆເຂັ້ມງວດພໍສົມຄວນ. ທ່ານນາຍົກລັດຖະມົນຕີກໍ່ຖືວ່າ: ວຽກງານວິຊາສະເພາະຂອງອົງການໄອຍະການໃນໄລຍະຜ່ານມາແມ່ນຮັບປະກັນຢ່າງພາວະວິໄສ, ຮອບດ້ານ, ຖືກຕ້ອງຕາມກົດໝາຍໃນບັນດາການເຄື່ອນໄຫວຂອງອົງການໄອຍະການ. ບົດບາດຂອງອົງການໄອຍະການນັບມື້ນັບໃຫຍ່ໃນການປະຕິບັດກົດໝາຍຢູ່ປະເທດເຮົາ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມອຸ່ນອ່ຽນໃຈໃຫ້ປະຊາຊົນ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ລັດຖະບານດ້ວຍພາລະໜ້າທີ່ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ອົງການໄອຍະການປະຊາຊົນສູງສຸດປະຕິບັດສຳເລັດໜ້າທີ່ທີ່ຮັບມອບໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ