(vovworld) – ວັນທີ 26/10, ກອງທັບອິດສຣາແອນ ໃຫ້ຮູ້, ໄດ້ຍິງຊາວປາດແລດສຕິນ ຜູ້ໜຶ່ງເສຍຊີວິດ ຍ້ອນຜູ້ນີ້ໄດ້ໃຊ້ມິດບຸກໂຈມຕີພົນທະຫານອິດສຣາແອນ ຄົນໜຶ່ງ ຢູ່ໃກ້ກັບນະຄອນ Hebron ໃນເຂດຝັ່ງຕາເວັນຕົກແມ່ນຳ ຈໍແດນ. ຕາມໂຄສົກກອງທັບອິດສຣາແອນ ແລ້ວ, ເຫດການເກີດຂຶ້ນໃນຕອນເຊົ້າຂອງວັນດຽວກັນ, ຊາວປາແລດສຕິນ ຜູ້ນີ້ ໄດ້ແທງໃສ່ຄໍຂອງພົນທະຫານອິດສຣາແອນ ຜູ້ໜຶ່ງທີ່ມີອາຍຸ 19 ປີ, ເຮັດໃຫ້ຜູ້ນີ້ຮັບບາດເຈັບໜັກ ແລະ ຜູ້ບຸກໂຈມຕີໄດ້ຖືກຍິງຕາຍຢູ່ກັບທີ, ສ່ວນພົນທະຫານດັ່ງກ່າວຖືກສົ່ງໄປໂຮງໝໍໃນອາການອັນຕະລາຍ.
ໄລ່ແຕ່ຕົ້ນເດືອນ 10, ການໃຊ້ຄວາມຮຸນແຮງໄດ້ເຮັດໃຫ້ຊາວປາແລດສຕິນ ຢ່າງໜ້ອຍສຸດມີ 57 ຄົນ ແລະ ຊາວອິດສຣາແອນ 10 ຄົນເສຍຊີວິດ.