(vovworld) - ຕອນເຊົ້າວັນທີ 21/9, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດວາງສະແດງອາຊຽນ - ຈີນ (CARXPO) ແລະ ກອງປະຊຸມສຸດຍອດການລົງທຶນ - ການຄ້າອາຊຽນ - ຈີນ (CABIS) ຄັ້ງທີ 9, ເຊິ່ງດຳເນີນໄປຢູ່ນະຄອນໜານໜີງ, ແຂວງກາງສີ, ປະເທດຈີນ. ເຂົ້າຮ່ວມບັນດາເຫດການນີ້ ມີທ່ານຮອງປະທານປະເທດຈີນ ຊີຈີນພິງ, ທ່ານປະທານນາທິບໍດີມ້ຽນມາ Thein Sein, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ແລະ ການນຳບັນດາປະເທດອາຊຽນ. ທ່ານຮອງປະທານປະເທດ ຊີຈີນພິງ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນປະຈຳປີ ໂດຍກະຊວງການຄ້າຈີນ ແລະ 10 ປະເທດອາຊຽນ ພ້ອມກັນຈັດຕັ້ງຢູ່ໜານໜີງ, ຜ່ານການຈັດຕັ້ງ 8 ຄັ້ງ, CARXPO ແລະ CABIS ນັບມື້ນັບໄດ້ຢືນຢັນຈຸດຜົ້ນເດັ່ນຂອງຕົນ ແລະ ໄດ້ກາຍເປັນຈຸດນັດພົບບໍ່ພຽງແຕ່ສຳລັບວິສາຫະກິດຈີນ ແລະ ບັນດາປະເທດອາຊຽນ ເທົ່ານັ້ນ, ຫາກຍັງຕໍ່ບັນດາຄູ່ຮ່ວມມືຢູ່ນອກພາກພື້ນ. CARXPO ແລະ CABIS ບໍ່ພຽງແຕ່ແມ່ນເວທີປາໄສເສດຖະກິດເທົ່ານັ້ນ, ຫາກຜ່ານນີ້, ຈີນ ແລະ ບັນດາປະເທດອາຊຽນ ໄດ້ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ, ຊຸກຍູ້ການສ້າງພາກພື້ນເສດຖະກິດການຄ້າເສລີອາຊຽນ - ຈີນ, ກໍຄືເຮັດໃຫ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າໃນພາກພື້ນ, ເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງຈີນ ກັບບັນດາປະເທດອາຊຽນເລິກເຊິ່ງຂຶ້ນເຕີ່ມ. ທ່ານ ຊີຈີນພິງ ເນັ້ນໜັກວ່າ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຈີນ ແມ່ນ ຖືເປັນສຳຄັນ ແລະ ຢືດໝັ້ນນະໂຍບາຍເປີດກວ້າງການພົວພັນຮ່ວມມືຢ່າງບໍ່ຢຸດຢັ້ງ, ຖານບ້ານໃກ້ເຮືອນຄຽງມິດຕະພາບ, ເປັນເພື່ອນກັບບັນດາປະເທດໃນອາຊຽນ, ປາດຖະໜາຢາກພ້ອມກັບບັນດາປະເທດອາຊຽນ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ບັນດາບັນຫາທີ່ຍັງມີຄວາມຮັບຮູ້ແຕກຕ່າງກັນລະຫວ່າງຈີນ ແລະ ບັນດາປະເທດໃນອາຊຽນ ດ້ວຍວິທີການເຈລະຈາໂດຍສັນຕິ, ເຄົາລົບເຊິ່ງກັນ ແລະ ກັນ, ໃນນັ້ນມີບັນຫາທະເລ. ທ່ານຮອງປະທານປະເທດ ຊີຈີນພິງ ໄດ້ຢືນຢັນວ່າ ຍາມໃດຈີນ ກໍສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຂອງຈີນ ແລະ ບັນດາວິສາຫະກິດຂອງອາຊຽນ ຍາດແຍ່ງກາລະໂອກາດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ. ຍາມໃດຈີນ ກໍຖືບັນດາປະເທດອາຊຽນ ແມ່ນຈຸດນັດພົບທີ່ດູດດື່ມໃນການເຄື່ອນໄຫວດ້ານເສດຖະກິດ, ລົງທຶນຂອງຕົນ, ພ້ອມກັນນັ້ນຊົມເຊີຍ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຂອງອາຊຽນ ເຂົ້າມາຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ຈີນ, ໂດຍສະເພາະແມ່ນເຂດພາກກາງ ແລະ ພາກຕາເວັນຕົກ, ແຫ່ງທີ່ຍັງມີຄວາມສາດບົມຊ້ອນ, ທ່າແຮງໃນການຮ່ວມມື.
ທ່ານນາຍົກລັດຖະມົນຕີ Nguyen Tan Dung
ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ
(ພາບ: chinhphu.vn)
ແລະກໍໃນເວລາເຂົ້າຮ່ວມ CARXPO ແລະ CABIS, ຕອນຄໍ່າວັນທີ 20/9 ແລະ ຕອນເຊົ້າວັນທີ 21/9, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ. ໃນການຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຕີລາຄາສູງເລື່ອງຫວຽດນາມ ແລະ ລາວໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີມາມັກຄີມິດຕະພາບຫວຽດນາມ - ລາວ 2012 ຢ່າງສົມກຽດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ປາດຖະໜາວ່າ ລັດຖະບານສອງປະເທດສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງຂອງສອງປະເທດບັນລຸໄດ້ຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຍົກວົງເງິນການຄ້າສອງສົ້ນບັນລຸໄດ້ຕົວເລກທີ່ປະທັບໃຈກວ່າໃນໄລຍະຈະມາເຖິງ. ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ຢືນຢັນວ່າ ພັກ, ລັດ ແລະ ລັດຖະບານລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເພີ່ມພູນຄຸນສ້າງການພົວພັນຮ່ວມມືແບບພິເສດລະຫວ່າງລາວ - ຫວຽດນາມ, ໂດຍສະເພາະແມ່ນຍູ້ແຮງການຮ່ວມມືດ້ານການຄ້າ ແລະ ການລົງທຶນໃຫ້ບັນລຸໄດ້ປະສິດທິຜົນອັນແທດຈິງ, ພ້ອມກັນນັ້ນສືບຕໍ່ດຳເນີນບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນ ຢູ່ທຸກຂັ້ນເປັນປະຈຳ ກໍຄືຊຸກຍູ້ການພົບປະແລກປ່ຽນປະຊາຊົນສອງປະເທດ ເພື່ອແນໃສ່ເພື່ອທະວີນ້ຳໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ.
ແລະໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍໄດ້ຕ້ອນຮັບທ່ານປະທານນາທິບໍດີມ້ຽນມາ Thein Sein ຢ່າງສະໜິດສະໜົມ.
ຮອດຕອນທ່ຽວວັນທີ 21/9, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ຄະນະຜູ້ແທນຫວຽດນາມ ໄດ້ກັບຄືນເມື່ອປະເທດ, ສິ້ນສຸດການເຄື່ອນໄວຢ້ຽມຢາມຢູ່ໜານໜີງ, ແຂວງກາງສີ, ປະເທດຈີນ ຢ່າງຈົບງາມ.