(vovworld) – ມີການເຄື່ອນໄຫວຫຼາຍຢ່າງຈະຖືກຈັດຕັ້ງເພື່ອຕອບສະໜອງວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ 10/8, ສະເຫຼີມສະຫຼອງ 10 ປີແຫ່ງວັນມູນເຊື້ອສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ (10/0//2004 – 10/01/2014). ທ່ານພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ຫວຽດນາມ, ໃຫ້ຮູ້ວ່າ: ນີ້ແມ່ນບັນດາການເຄື່ອນໄຫວທີ່ມີລັກສະນະສັງຄົມສູງ, ເໝາະສົມກັບສະພາບຕົວຈິງຢູ່ທ້ອງຖິ່ນ, ປະກອບສ່ວນຍົກສູງຄວາມຮູ້ຂອງວົງຄະນະຍາດກ່ຽວກັບວິນາດສະກຳທາດພິດສີສົ້ມ, ຂົນຂວາຍບັນດາອົງການ, ບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເຄມີ, ເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ສະໜັບສະໜູນການຕໍ່ສູ້ທວງເອົາຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ. ບັນດາການເຄື່ອນໄຫວນີ້ ກໍ່ຊ່ວຍຍົກສູງຄວາມເອກອ້າງທະນົງໃຈ, ນ້ຳໃຈຮັບຜິດຊອບ ຂອງຖັນແຖວພະນັກງານ, ສະມາຊິກສະມາຄົມ, ລະດົມຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ບື່ນຕົວຂຶ້ນເຊື່ອມໂຍງເຂົ້າກັບວົງຄະນະຍາດ, ຊຸກຍູ້ຂະບວນການ “ເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”.