ການເຄື່ອນໄຫວ ເສດຖະກິດຂອງ ຫວຽດນາມຈະຄອ່ຍຟື້ນຟູ ໃນໄຕມາດທີ່ 4 ປີ 2012
ການເຄື່ອນໄຫວ ເສດຖະກິດຂອງ ຫວຽດນາມ
ຈະຄອ່ຍຟື້ນຟູ ໃນໄຕມາດທີ່ 4 ປີ 2012
|
Vovworld- ຫວ່າງແລ້ວນີ້, ທະນາຄານ HSBC ໄດ້ປະກາດດັດຊະນີ PMI TM ຂະແໜງຜະລິດຫວຽດນາມ, ຊຶ່ງໄດ້ສະແດງໃຫ້ເຫັນວ່າ ດັດຊະນີນີ້ໄດ້ເພີ່ມຂຶ້ນຈາກ 43,6 ຄະແນນໃນເດືອນ 7 ຂຶ້ນເປັນ 47,9 ຄະແນນໃນເດືອນ 8/2012. ດັດຊະນີນີ້ ກໍເຊັນດຽວກັນກັບການຫຼຸດຜ່ອນເລກນ້ອຍ ແຕ່ກໍເປັນລະດັບຕ່ຳສຸດນັບແຕ່ເດືອນ 5 ປີນີ້. ຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດຂອງທະນາຄານດັ່ງກ່າວແລ້ວ, ເຖິງວ່າບັນດາເງື່ອນໄຂດຳເນີນທຸລະກິດຢູ່ຫວຽດນາມຍັງປະສົບກັບຄວາມຫຍຸ້ງຍາກ, ຄວາມຝືດເຄືອງຂອງຂະແໜງການຜະລິດໄດ້ຫຼຸດລົງ, ຊຶ່ງເປັນການສະແດງໃຫ້ເຫັນວ່າ ການເຄື່ອນໄຫວເສດຖະກິດຂອງຫວຽດ ນາມ ຈະຄອ່ຍຟື້ນຟູໃນໄຕມາດ4 ປີ 2012 . ດ້ວຍຄວາມຕ້ອງການຢູ່ພາຍໃນປະເທດໃນລະດັບຕ່ຳ, ພິເສດເມື່ອຊາວຫວຽດນາມຫຼາຍຄົນພະຍາຍາມຫຼຸດຜ່ອນໜິ້ສິນຂອງລັດ, ລະດັບເຕີບໂຕ GDP ປີນີ້ຊັກຊ້າລົງຄື 5,1%. ດ້ວຍອັດຕາເງິນເຟີ້ກັບຕ່າວເພີ່ມຂຶ້ນຍ້ອນລາຄາສິນຄ້າເພີ່ມຂຶ້ນສູງ, ທະນາຄານແຫ່ງລັດອາດຈະແຊກແຊງດ້ວຍວິທີສືບຕໍ່ຫຼຸດອັດຕາດອກເບັ້ຍເງິນກູ້ ແລະ ອີງໃສ່ບັນດາມາດຕະການບໍລິຫານເພື່ອຊຸກຍູ້ການໃຊ້ສອຍ.