(vovworld) - ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງນະຄອນດ່ານັ້ງ, ໃນຕອນບ່າຍວັນທີ 14/04, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ດ່ານັ້ງ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ພ້ອມທັງສັງເກດ, ສຳຫຼວດກວດກາ, ແກ້ໄຂບັນດາຂໍຂາດຕົກບົກຜ່ອງ, ສິ່ງຈຳກັດ, ອ່ອນດ້ອຍຢ່າງເຂັ້ມງວດ ເພື່ອນຳດ່ານັ້ງ ພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ປາດຖະໜາວ່າ, ດ່ານັ້ງ ສືບຕໍ່ເສີມຂະຫຍາຍມູນເຊື້ອດີງາມ, ບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ; ຊອກຫາວິທີປະຕິບັດຢ່າງຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ເພື່ອນຳດ່ານັ້ງ ພັດທະນາຢ່າງໄວວາ ແລະ ໝັ້ນຄົງກວ່າອີກ, ເປັນຮູບແບບພັດທະນາຢ່າງໝັ້ນຄົງ, ມີປະສິດທິຜົນ, ດີເດັ່ນໃນວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝຢ່າງແທດຈິງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ດ່ານັ້ງ ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການພັດທະນາເສດຖະກິດທະເລ, ໂດຍສະເພາະແມ່ນການພັດທະນາການລ້ຽງປູກ, ຫາປາ ແລະ ປຸງແຕ່ງສິນທະເລ... ຕິດພັນກັບການສືບຕໍ່ສຸມໃສ່ພັດທະນາອຸດສາຫະກຳເຕັກໂນໂລຊີສູງ, ພ້ອມທັງນຳວິທະຍາສາດເຕັກນິກເຂົ້າໃນການຜະລິດກະສິກຳຢ່າງວ່ອງໄວ ເພື່ອແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບ, ສ້າງມູນຄ່າເພີ່ມ, ກຳລັງແກ່ງແຍ່ງສູງ ໃຫ້ແກ່ບັນດາຜະລິດຕະພັນສິນຄ້າກະສິກຳ.