ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານວັດທະນາທຳລະຫວ່າງ ຫວຽດນາມ - ລັດເຊຍແມ່ນຍັງມີຫຼາຍທີ່ສຸດ

(VOVWORLD) -ຫວຽດນາມ ແລະ ລັດເຊຍມີຫຼາຍຈຸດຄ້າຍຄືກັນທີ່ສຸດ, ມີຄວາມສະໜິດຕິດພັນ ແລະ ແລກປ່ຽນວັດທະນະທຳນຳກັນ

ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານວັດທະນາທຳລະຫວ່າງ ຫວຽດນາມ - ລັດເຊຍແມ່ນຍັງມີຫຼາຍທີ່ສຸດ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ລັດເຊຍ ຸໂງດຶກແມ້ງ ກ່າວູເຫັນທີ່ກອງປະຊຸມສຳມະນາ

( ພາບ:baotintuc.vn)

      ເພື່ອແນໃສ່ຊອກຫາມາດຕະການຍູ້ແຮງການຮ່ວມມືດ້ານວັດທະນະທຳ, ກໍຄືກະກຽມ ການຈັດຕັ້ງ ບັນດາເຫດການວັດທະນະທຳທີ່ສຳຄັນ, ວັນທີ 20 ມີນາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ລັດເຊຍ ໄດ້ຈັດຕັ້ງກອງປະຊຸມສຳມະນາໂຕະມົນ ກ່ຽວກັບ “ການຮ່ວມມືດ້ານວັດທະນະທຳ ຫວຽດນາມ - ລັດເຊຍ: ສະພາບການຕົວຈິງ ແລະ ແງ່ຫວັງ”.   

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີບົດປະກອບຄຳຄິດເຫັນຕ່າງໆ ແລະ ປຶກສາຫາລື ກ່ຽວກັບບັນດ້ານທີ່ປະຕິບັດໄດ້ໃນການຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດ ຫວຽດນາມ - ລັດເຊຍ ໃນໄລຍະຜ່ານມາ, ຊີ້ແຈ້ງບັນດາຂໍ້ຄົງຄ້າງທີ່ຕ້ອງແກ້ໄຂ ແລະ ບັນດາມາດຕະການເພື່ອຊຸກຍູ້ ການພົວພັນແລກປ່ຽນວັດທະນະທຳໃນໄລຍະຈະມາເຖິງ. ຄຳເຫັນເຫຼົ່ານັ້ນ ລ້ວນແຕ່ຢັ້ງຢືນວ່າ ຫວຽດ ນາມ ແລະ ລັດເຊຍມີຫຼາຍຈຸດຄ້າຍຄືກັນທີ່ສຸດ, ມີຄວາມສະໜິດຕິດພັນ ແລະ ແລກປ່ຽນວັດທະນະທຳ ນຳກັນ. ບັນດາຜູ້ແທນກໍເຫັນດີເປັນເອກະພາບຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານ ວັດທະນະທຳລະຫວ່າງສອງປະເທດແມ່ນຍັງມີຫຼາຍທີ່ສຸດ ແລະ ສອງຝ່າຍຄວນລະດົມຄວາມສາມາດໃນ ການຮ່ວມມື, ແລກປ່ຽນວັດທະນະທຳລະຫວ່າງສອງປະເທດຕື່ມອີກ, ເສີມຂະຫຍາຍບັນດາຄຸນຄ່າທາງ ດ້ານວັດທະນະທຳ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ … ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື ດ້ານວັດທະນະທຳຂອງສອງຝ່າຍໃຫ້ນັບມື້ນັບໝັ້ນແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ