(vovworld) - ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ສ ເກົາຫຼີ ພັດມີຄວາມເຄັ່ງຕຶງຂຶ້ນຍ້ອນບັນຫາພິພາດກັນກ່ຽວກັບຜືນແຜ່ນດິນ. ວັນທີ 10/8, ຍີ່ປຸ່ນໄດ້ຮຽກຕົວເອກອັກຄະລັດຖະທູດປະເທດນີ້ປະຈຳ ສ ເກົາຫຼີ ກັບເມືອປະເທດ ເພື່ອຄັດຄ້ານການຢ້ຽມຢາມຂອງທ່ານປະທານາທິບໍດີ ສ ເກົາຫຼີ Lee Myung bak ໄປຍັງໝູ່ເກາະ Takeshima ເຊິ່ງ ສ ເກົາຫຼີ ເອີ້ນວ່າ Dokdo. ນີ້ແມ່ນເຂດພິພາດກັນລະຫວ່າງ 2 ປະເທດໃນໄລຍະຍາວ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Koichiro Gemba ໃຫ້ຮູ້ວ່າ: ທ່ານຈະພົບປະກັບເອກອັກຄະລັດຖະທູດຄົນນີ້ ເພື່ອທາບທາມຄວາມເຫັນກ່ຽວກັບວິທີການແກ້ໄຂບັນຫານີ້, ໃນນັ້ນມີ“ບັນດາມາດຕະການເຊິ່ງ ຍີ່ປຸ່ນ ອາດຈະຜັນຂະຫຍາຍ”. ຫ້ອງການຂອງທ່ານປະທານາທິບໍດີ ສ ເກົາຫຼີ ກໍຢັ້ງຢືນວ່າ ທ່ານ Lee Myung bak ໄດ້ດຳເນີນການຢ້ຽມຢາມເກາະ Dokdo. ກ່ອນໜ້ານັ້ນ, ໂຕກຽວ ໄດ້ກ່າວເຕືອນວ່າ: ການຢ້ຽມຢາມ ຈະສົ່ງຜົນສະທ້ອນບໍ່ດີ ເຖິງການພົວພັນລະຫວ່າງ 2 ປະເທດ.