ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມຢ້ຽມຢາມມິດຕະພາບອິນເດຍຢ່າງເປັນທາງການ
ພົນເອກ ໂງຊວນຫຼິກ, ລັດຖະມົນຕີກະຊວງປ້ອງກັນປະເທດ
(ພາບປະກອບ: news.zing.vn)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດສ.ອິນເດຍ Manohar Parrikar, ຄະນະຜູ້ແທນການທະຫານຂັ້ນສູງປະເທດ ສສ.ຫວຽດນາມ ໂດຍທ່ານພົນເອກ ໂງຊວນຫຼິກ, ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ ເລີ່ມຕົ້ນການຢ້ຽມຢາມມິດຕະພາບອິນເດຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 04 – 07/12. ຈຸດປະສົມຂອງການຢ້ຽມຢາມແມ່ນເພື່ອແນໃສ່ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາປ້ອງກັນຄວາມສະຫງົບສາກົນ, ພາກພື້ນ ແລະ ຢູ່ແຕ່ລະປະເທດ; ພ້ອມທັງຍົກອອກບັນດາມາດຕະການເພື່ອແນໃສ່ນຳການພົວພັນດ້ານປ້ອງກັນຊາດ 2 ຝ່າຍໃຫ້ກ້າວໄປສູ່ບາດກ້າວພັດທະນາໃໝ່ຮອບດ້ານ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.