ຄະນະຜູ້ແທນພັກກອມມູນິດປະຊາຊົນກາຊັກສະຖານຢ້ຽມຢາມຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 27 ພະຈິກ, ທ່ານຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກກອມມູນິດຫວຽດນາມ ຟານດິ່ງຈາກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກອມມູນິດປະຊາຊົນກາຊັກສະຖານ ໂດຍທ່ານ Dmitry Maksimovich Legki, ເລຂາສູນກາງພັກກອມມູນິດປະຊາຊົນກາຊັກສະຖານ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຄະນະຜູ້ແທນພັກກອມມູນິດປະຊາຊົນກາຊັກສະຖານຢ້ຽມຢາມຫວຽດນາມ - ảnh 1ທ່ານຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກກອມມູນິດຫວຽດນາມ ຟານດິ່ງຈາກ

ຕ້ອນຮັບຄະນະຜູ້ແທນພັກກອມມູນິດປະຊາຊົນກາຊັກສະຖານ 

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຟານດິ່ງຈາກ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບກາຊັກສະຖານ; ປາດຖະໜາວ່າ ໃນໄລຍະຈະມາເຖິງ, 2 ພັກຈະສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ທິດສະດີກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະ ບົດຮຽນໃນວຽກງານກໍ່ສ້າງພັກ, ວຽກງານຊາວໜຸ່ມ.

        ສ່ວນທ່ານ D. Legki ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງກາຊັກສະຖານ ແລະ ກ່ຽວກັບພັກກອມມູນິດປະຊາຊົນກາຊັກສະຖານ ໃນໄລຍະຜ່ານມາ; ພ້ອມທັງຢືນຢັນວ່າ, ພັກກອມມູນິດປະຊາຊົນກາຊັກສະຖານ ຖືເປັນສຳຄັນການພົວພັນກັບພັກກອມມູນິດຫວຽດນາມ.

        ກ່ອນໜ້ານັ້ນ, ວັນທີ 26 ພະຈິກ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ ໄດ້ມີການເຮັດວຽກກັບຄະນະຜູ້ແທນ, ແລກປ່ຽນກ່ຽວກັບວຽກງານແນວຄິດ, ການຈັດຕັ້ງ, ກໍ່ສ້າງພັກ ແລະ ວຽກງານຊາວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ