(ພາບປະກອບ)
(vovworld) - ງານຕະຫຼາດນັດກະສິກຳ, ອຸດສາຫະກຳ ແລະ ການຄ້າເຂດພູສູງທາງພາກເໜືອ ປີ 2013 ຈະດຳເນີນຢູ່ນະຄອນຮ່າຢາງ (ແຂວງຮ່າຢາງ) ໃນລະຫວ່າງວັນທີ 03 - 09/05. ງານຕະຫຼາດນັດແມ່ນການເຄື່ອນໄຫວເຊິ່ງນອນໃນລາຍການສົ່ງເສີມກະສິກຳແຫ່ງຊາດປີ 2013 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ. ຄາດວ່າ, ງານຕະຫຼາດນັດຈະດຶງດູດການເຂົ້າຮ່ວມຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ ດ້ວຍຮ້ານວາງສະແດງສິນຄ້ານັບຮ້ອຍຮ້ານທີ່ວາງສະແດງບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ທັນຍາຫານ, ສະບຽງອາຫານປຸງແຕ່ງ, ບັນດາຜະລິດຕະພັນອຸດສາຫະກຳ, ການຄ້າ... ຂອງ 23 ແຂວງເຂດພູດອຍທາງພາກເໜືອ. ໃນຂອບເຂດງານຕະຫຼາດນັດຢູ່ເຂດພູດອຍທາງພາກເໜືອ ກໍຈັດບັນດາການເຄື່ອນໄຫວຄື; ກອງປະຊຸມສຳມະນາວິທະຍາສາດ, ສະໜອງເອກະສານດ້ານເຕັກນິກ, ແນະນຳບັນດາກົນໄກນະໂຍບານດຶງດູດການລົງທຶນ ແລະ ຄວາມສາມາດບົ່ມຊ້ອນ, ທ່າແຮງຕ່າງໆຂອງ 23 ແຂວງ, ນະຄອນ ແລະ ບັນດາວິສາຫະກິດ.