ງານມະໂຫລານສິລະປະບັນດາສາສະຫນາຢູ່ນະຄອນ ດາຫນັງ ປີ 2012
ງານມະໂຫລານສິລະປະບັນດາສາສະຫນາ ຢູ່ນະຄອນ
ດາຫນັງ ປີ 2012
ພາບ:baomoi.com
|
(vovword)- ງານມະໂຫລານສິລະປະບັນດາສາສະຫນາ ຢູ່ນະຄອນ ດາຫນັງ ປີ 2012 ຖືກໄຂຂຶ້ນໃນຕອນຄຳ່ວັນທີ 21/7, ໂດຍມີການເຂົ້າຮ່ວມຂອງນັກສະແດງສະໝັກຫລິ້ນ 800 ກວ່າຄົນ ຊຶ່ງແມ່ນນັກບວດ, ສາສະນິກະຊົນຂຶ້ນກັບບັນດາສາສະຫນາ. ງານມະໂຫລານສະແດງເຮັດໃຫ້ຜູ້ຊົມເຫັນໄດ້ຄວາມຮັກແພງຕໍ່ບ້ານເກີດເມືອງນອນ, ຕໍ່ປະເທດຊາດ, ຄວາມຮັກແພງມະນຸດ ແລະ ຊີວິດ ພ້ອມກັບບັນດາຈຸດລັກສະນະສະເພາະຂອງແຕ່ລະສາສະຫນາ. ງານມະໂຫລານກໍແມ່ນໂອກາດເພື່ອໃຫ້ບັນດາສາສະຫນາຢູ່ບໍລິເວນນະຄອນ ດາຫນັງ ພົບປະແລກປ່ຽນ, ຜ່ານນັ້ນເພີ່ມທະວີຄວາມສາມັກຄີໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ນັບມື້ນັບໝັ້ນຄົງ. ພະອາຈານ Thich Thue Vinh ຫົວຫນ້າຄະນະວັດທະນະທຳສະມາຄົມພຸດທະສາສະຫນາ ນະຄອນ ດາຫນັງ ໃຫ້ຮູ້ວ່າ:
“ ງານມະໂຫລານແມ່ນການເຄື່ອນໄຫວໂດຍບັນດາການນຳ, ແນວໂຮມປະເທດຊາດ, ຄະນະພັກຂອງນະຄອນ ດາຫນັງ ສົມທົບກັນຈັດຕັ້ງຂຶ້ນ. ນີ້ກໍແມ່ນໂອກາດທີ່ດີສຳລັບສາສະຫນາອື່ນ ຫາກບໍ່ສະເພາະແຕ່ສາສະຫນາພຸດ. ຜ່ານການເຄື່ອນໄຫວນີ້ ຢາກໃຫ້ເພື່ອນມິດສາກົນຮູ້ວ່າ: ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງບັນດາຂະບວນການວັດທະນະທຳສິລະປະຂອງສາສະຫນາຕ່າງໆ.”