(VOVWORLD) - ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19
ງານລ້ຽງຕ້ອນຮັບທ່ານ ທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ |
ຕອນຄ່ຳວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຈັດງານລ້ຽງຢ່າງສົມກຽດ ຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຫວຽດນາມ.
ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ, ສິ່ງດັ່ງກ່າວແມ່ນປະກົດການທີ່ມີຊີວິດຊີວາ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງສູນກາງພັກກອມມູນິດ ຈີນ ແລະ ສ່ວນຕົວທ່ານ ເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ທີ່ມີຕໍ່ການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມື ຮອບດ້ານ ຫວຽດນາມ - ຈີນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:
“ການພັດທະນາສະຖຽນລະພາບຍາວນານ ແລະ ບັນດາຜົນງານໃນການພົວພັນ 2 ພັກ, 2 ລັດ ແມ່ນປັດໄຈທີ່ຂາດບໍ່ໄດ້ສຳລັບສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບພັກ, ລັດ ແລະ ປະຊາຊົນ ຈີນ ເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ລົງເລິກເຂົ້າໃນການຮ່ວມມືຢ່າງແທດຈິງ, ນຳການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ພັກ, 2 ລັດ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ປອດໃສຢ່າງບໍ່ຢຸດຢັ້ງ”
ສ່ວນ ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ໃຫ້ຮູ້ວ່າ, ໄດ້ມີການເຈລະຈາຢ່າງມີປະສິດທິຜົນກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. 2 ຝ່າຍກໍ່ລົງນາມໃນບັນດາເອກະສານ ແລະ ຂໍ້ຕົກລົງຮ່ວມມື. ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ເຊື່ອໝັ້ນວ່າ ການພົວພັນ 2 ປະເທດຈະມີບັນດາບາດກ້າວພັດທະນາຢ່າງແຮງກ່ວາອີກ.